ປະທານາທິບໍດີຕີມໍແລັດສະເຕພົບປະກັບທ່ານຫວາງຢີ້

2022-06-06 16:31:26 cri

ວັນທີ 4 ມິຖຸນານີ້, ທ່ານໂຈເຊ ຣາໂມສ ໂຮຕາ ປະທານາທິບໍດີຕີມໍແລັດສະເຕໄດ້ພົບປະກັບທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ຢູ່ທີ່ນະຄອນຫຼວງດີລີຂອງຕີມໍແລັດສະເຕ .

ທ່ານ ໂຈເຊ ຣາໂມສ ໂຮຕາ ກ່າວວ່າ: ຕີມໍແລັດສະເຕຂໍສະແດງຄວາມຊົມເຊີຍຕໍ່ປະເທດຈີນ ທີ່ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ ພາຍໃຕ້ການນຳພາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ,  ຕີມໍແລັດສະເຕສະໜັບສະໜູນ “ໜຶ່ງແລວໜຶ່ງເສັ້ນທາງ” ແລະຂໍ້ລິເລີ່ມສຳຄັນຕ່າງໆ ທີ່ລິເລີ່ມໂດຍທ່ານປະທານສີຈິ້ນຜິງ. ການພັດທະນາຂອງຈີນບໍ່ພຽງແຕ່ເຮັດໃຫ້ຕີມໍແລັດສະເຕໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍເທົ່ານັ້ນ, ຍັງມີຄວາມໝາຍສຳຄັນຕໍ່ພາກພື້ນ ກໍຄືໂລກອີກດ້ວຍ.

ທ່ານຫວາງຢີ້ກ່າວວ່າ: ຈີນສະໜັບສະໜູນຕີມໍແລັດສະເຕເຂົ້າຮ່ວມວຽກງານສາກົນຂອງພາກພື້ນຢ່າງຕັ້ງໜ້າ, ຫວັງວ່າຕີມໍແລັດສະເຕຈະສາມາດເຂົ້າເປັນປະເທດສະມາຊິກອາຊຽນໄດ້ໂດຍໄວ ແລະກາຍເປັນສະມາຊິກໜຶ່ງຂອງຄອບຄົວອາຊີ.

ສອງຝ່າຍຍັງໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການເພີ່ມທະວີການຮ່ວມມືໃນພາກພື້ນ ພ້ອມທັງໄດ້ເຫັນດີເປັນເອກະພາບກັນ ຈະຍຶດໝັ້ນ ແລະປົກປ້ອງລັດທິຫຼາຍຝ່າຍ.