ວິສາຫະກິດຜະລິດຊິ້ນສ່ວນລົດຂອງນະຄອນຊຽງໄຮ້ທັງປ້ອງກັນພະຍາດໂຄວິດ-19 ທັງຟື້ນຟູການຜະລິດ

2022-06-06 16:25:47 CRI


ປະລິມານການຜະລິດຊິ້ນສ່ວນລົດສຳຄັນຢູ່ເຂດຜູຕົ່ງນະຄອນຊຽງໄຮ້ໄດ້ກວມ 10% ຂອງຍອດປະລິມານການຜະລິດພາຍໃນປະເທດຈີນ. ນັບແຕ່ນະຄອນຊຽງໄຮ້ໄດ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ເປັນຕົ້ນມາ, ການຜະລິດຂອງວິສາຫະກິດຫຼາຍແຫ່ງໄດ້ພົບຄວາມຫຍຸ້ງຍາກ. ນັບແຕ່ນະຄອນຊຽງໄຮ້ໄດ້ຟື້ນຟູການຜະລິດຢ່າງຮອບດ້ານຄືນໃໝ່ໃນວັນທີ 1 ມິຖຸນານີ້ເປັນຕົ້ນມາ, ວິສາຫະກິດໃນຕ່ອງໂສ້ອຸດສາຫະກຳລົດກໍໄດ້ຟື້ນຟູການຜະລິດທີ່ເປັນປົກະຕິຕາມໆກັນ.

ປັດຈຸບັນ, ວິສາຫະກິດຕ່າງໆພວມເລັ່ງການຜະລິດຢ່າງສຸດຂີດ, ອຳນາດການປົກຄອງທ້ອງຖິ່ນຊຽງໄຮ້ກໍສືບຕໍ່ຊ່ວຍແກ້ໄຂຄວາມຫຍຸ້ງຍາກຕ່າງໆຂອງວິສາຫະກິດທີ່ຟື້ນຟູການຜະລິດ ໃນຂະນະທີ່ຮັບປະກັນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ ເພື່ອເລັ່ງຊຸກຍູ້ໃຫ້ການພັດທະນາເສດຖະກິດສັງຄົມກັບຄືນສູ່ຄວາມເປັນປົກະຕິ. ມາຮອດວັນທີ 4 ມິຖຸນານີ້, ວິສາຫະກິດຜະລິດຊິ້ນສ່ວນລົດທີ່ສຳຄັນຢູ່ເຂດຜູຕົ່ງໄດ້ຟື້ນຟູການຜະລິດໝົດແລ້ວ, ກຳລັງການຜະລິດກໍໄດ້ຟື້ນຟູຄືນເທື່ອລະກ້າວ.