ທ່ານຫວາງຢີ້ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງຈີນກັບ 5 ປະເທດອາຊີກາງ ແລະ ຢ້ຽມຢາມກາຊັກສະຖານຢ່າງເປັນທາງການ

2022-06-06 18:26:10 cri


ວັນທີ 6 ມິຖຸນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານມຸກຕາ ເຕຼອູເບີດີ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກາຊັກສະຖານ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະໄປເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດລະຫວ່າງຈີນກັບ 5 ປະເທດອາຊີກາງ ທີ່ຈະຈັດຂຶ້ນຢູ່ກາຊັກສະຖານ ແລະ ຢ້ຽມຢາມກາຊັກສະຖານຢ່າງເປັນທາງການ ແຕ່ວັນທີ 6 ຫາ 9 ມິຖຸນານີ້.