ເປີດເຜີຍ 10 ລາຍການໃຫຍ່ໃນຄວາມຄືບໜ້າດ້ານເຕັກນິກວິທະຍາສາດສິ່ງແວດລ້ອມນິເວດຂອງຈີນປະຈຳປີ 2021

2022-06-06 16:38:34 cri

ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ກໍຄືວັນທີ 5 ມິຖຸນານີ້, ອົງການຮ່ວມການຄົ້ນຄວ້າ ແລະຂະແໜງການສິ່ງແລດລ້ອມນິເວດຂອງສະມາຄົມວິທະຍາສາດຈີນ ໄດ້ຈັດພິທີເປີດເຜີຍ 10 ລາຍການໃຫຍ່ໃນຄວາມຄືບໜ້າດ້ານເຕັກນິກວິທະຍາສາດສິ່ງແວດລ້ອມນິເວດຂອງຈີນປະຈຳປີ 2021 ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ.

10 ລາຍການໃຫຍ່ໃນຄວາມຄືບໜ້າດ້ານເຕັກນິກວິທະຍາສາດສິ່ງແວດລ້ອມນິເວດຂອງຈີນປະຈຳປີ 2021 ໄດ້ສະແດງໃຫ້ເຫັນເຖິງການພັດທະນາຫຼ້າສຸດໃນຂົງເຂດເຕັກນິກວິທະຍາສາດສິ່ງແວດລ້ອມນິເວດຂອງຈີນ, ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການນຳພາການປະດິດສ້າງໃໝ່ດ້ານເຕັກນິກໃນຂົງເຂດສິ່ງແວດລ້ອມນິເວດ, ສົ່ງເສີມການຄົ້ນຄວ້າວິທະຍາສາດດ້ານສິ່ງແວດລ້ອມນິເວດ, ສ້າງບັນຍາກາດປະດິດສ້າງໃໝ່ໃນສັງຄົມ ແລະການຍົກສູງສະຕິຮັກສາສິ່ງແວດລ້ອມຂອງປະຊາຊົນ.