ມີພຽງ 37% ຂອງຊາວອາເມຣິກາເທົ່ານັ້ນ ທີ່ສະໜັບສະໜູນການແກ້ໄຂບັນຫາເສດຖະກິດໃນປັດຈຸບັນຂອງທ່ານໂຈ ໄບເດັນ

2022-06-06 16:21:08 cri

ວັນທີ 5 ມິຖຸນານີ້ຕາມເວລາທ້ອງຖິ່ນ, ລາຍການ ABC NEWS ແລະບໍລິສັດສຳຫຼວດການຕະຫຼາດອິບຊັນສ-ໂມຣີຂອງອາເມຣິກາ ໄດ້ເປີດເຜີຍຜົນການສຳຫຼວດປະຊາມະຕິສະບັບຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ມີພຽງ 37% ຂອງຊາວອາເມຣິກາເທົ່ານັ້ນ ທີ່ເຫັນດີນຳການແກ້ໄຂບັນຫາເສດຖະກິດໃນປັດຈຸບັນຂອງທ່ານໂຈ ໄບເດັນປະທານາທິບໍດີອາເມຣິກາ, ມີພຽງ 28% ຂອງຊາວອາເມຣິກາເທົ່ານັ້ນ ທີ່ເຫັນດີນຳການແກ້ໄຂບັນຫາອັດຕາເງິນເຟີ້ຂອງທ່ານໂຈ ໄບເດັນ, ມີພຽງ 27% ຂອງຊາວອາເມຣິກາເທົ່ານັ້ນ ທີ່ເຫັນດີນຳການແກ້ໄຂບັນລາຄານ້ຳມັນເຊື້ອໄຟເພີ່ມສູງຂຶ້ນ.

ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຫຼາຍກວ່າ 80% ຂອງຊາວອາເມຣິກາເຫັນວ່າ: ບັນຫາເສດຖະກິດ, ອັດຕາເງິນເຟີ້ ແລະລາຄານ້ຳມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ເປັນບັນຫາສຳຄັນທີ່ສຸດທີ່ເຮັດໃຫ້ປະຊາຊົນອາເມຣິກາຕົກລົງຈະປ່ອນບັດແນວໃດໃນເດືອນພະຈິກປີນີ້.

ນອກນີ້, ຜົນການສຳຫຼວດດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ: ບັນຫາການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ ແລະບັນຫາແທ້ງລູກ  ກໍເປັນບັນຫາທີ່ສຳຄັນໃນການເລືອກຕັ້ງລັດຖະສະພາກາງສະໄໝ. ໃນນັ້ນ, ມີ 72% ຂອງຊາວອາເມຣິກາເຫັນວ່າ ການແຂ້ໄຂບັນຫາການໃຊ້ຄວາມຮຸນແຮງດ້ວຍອາວຸດປືນມີຄວາມສຳຄັນຫຼາຍ, ມີ 63% ຂອງຊາວອາເມຣິກາເຫັນວ່າ ລັດຖະບານອາເມຣິກາຄວນເອົາໃຈໃສ່ ແລະແກ້ໄຂບັນຫາແທ້ງລູກ.