ນັກບິນອະວະກາດ “ເຊີນໂຈ່ວ 14” ສາມຄົນເຂົ້າສູ່ຫ້ອງແກນກາງ “ທ່ຽນເຮີ” ຢ່າງສຳເລັດຜົນ

2022-06-06 17:04:31 cri

ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ພາຍຫຼັງຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 14” ເຊື່ອມຕໍ່ເຂົ້າກັບສະຖານີອະວະກາດດ້ວຍຕົນເອງວ່ອງໄວແລະສຳເລັດຜົນ, ນັກບິນອະວະກາດຈາກໜ່ວຍນັກບິນອະວະກາດໄດ້ເຂົ້າສູ່ຫ້ອງໂຄຈອນ. ພາຍຫຼັງສຳເລັດວຽກງານກະກຽມຕ່າງໆຕາມລະບຽບການແລ້ວ, ທ່ານເສິນຕຸ່ງ ນັກບິນອະວະກາດໄດ້ເປີດປະຕູຂອງຫ້ອງແກນກາງ “ທ່ຽນເຮີ” ຢ່າງສຳເລັດຜົນ, ເວລາ 20 ໂມງ 50 ນາທີຂອງວັນທີ 5 ມິຖຸນາປີ 2022, ນັກບິນອະວະກາດສາມຄົນຄື: ທ່ານເສີນຕຸ່ງ, ທ່ານນາງຫຼິວຢາງແລະທ່ານຊ້າຍຊູ້ເຈີ ໄດ້ເຂົ້າສູ່ຫ້ອງແກນກາງ “ທ່ຽນເຮີ” ຕາມລຳດັບ.

ຕໍ່ຈາກນີ້ໄປ, ນັກບິນອະວະກາດຈະດຳເນີນວຽກງານທີ່ກ່ຽວຂ້ອງຕາມແຜນການທີ່ວາງໄວ້ລ່ວງໜ້າ.