ປະລິມານການຈຳໜ່າຍດ້ານການຄ້າເອເລັກໂຕຣນິກຂອງຣັດເຊຍເພີ່ມຂຶ້ນ 50% ນັບແຕ່ເດືອນມັງກອນ ຫາເດືອນເມສາປີນີ້

2022-06-07 16:55:44 cri

ວັນທີ 6 ມິຖຸນານີ້, ສະມາຄົມການຄ້າເອເລັກໂຕຣນິກຣັດເຊຍໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາເດືອນເມສາປີນີ້, ປະລິມານການຈຳໜ່າຍດ້ານການຄ້າເອເລັກໂຕຣນິກຂອງຣັດເຊຍ ໄດ້ເພີ່ມຂຶ້ນ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍໄດ້ບັນລຸມູນຄ່າເຖິງ 1.500 ຕື້ຣຸບ ເຊິ່ງໄດ້ກວມເອົາ 11,8% ຂອງປະລິມານການຂາຍຍ່ອຍທັງໝົດຂອງຣັດເຊຍ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ກວມ 96,7% ຂອງປະລິມານການຈຳໜ່າຍດ້ານການຄ້າເອເລັກໂຕຣນິກຂອງຣັດເຊຍແມ່ນຢູ່ໃນຕະຫຼາດພາຍໃນປະເທດຣັດເຊຍ, ສິນຄ້າຈຳໜ່າຍສ່ວນຫຼາຍແມ່ນຜະລິດຕະພັນເອເລັກໂຕຣນິກ, ເຄື່ອງໃຊ້ໄຟຟ້າ, ເຟີນິເຈີ, ເສື້ອຜ້າ, ເກີບ, ໝວກ ແລະອື່ນໆ. ສ່ວນປະລິມານການຈຳໜ່າຍຂ້າມຊາດຜ່ານທາງເອເລັກໂຕຣນິກໄດ້ຫຼຸດລົງເກືອບ 3% ໂດຍບັນລຸມູນຄ່າເຖິງ 11,7 ຕື້ຣຸບ.