ທ່ານໂບຣິສ ຈອນສັນ ສາມາດຜ່ານການລົງຄະແນນສຽງບໍ່ໄວ້ວາງໃຈພາຍໃນພັກ

2022-06-07 15:16:08 CRI

ຕອນຄ່ຳວັນທີ 6 ມິຖຸນານີ້, ທ່ານໂບຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດໄດ້ຜ່ານການລົງຄະແນນສຽງບໍ່ໄວ້ວາງໃຈພາຍໃນພັກອະນຸລັກນິຍົມ ແລະ ຈະດຳລົງຕຳແໜ່ງປະທານພັກແລະນາຍົກລັດຖະມົນຕີອັງກິດຕໍ່ໄປ.

ຕອນເຊົ້າມື້ດຽວກັນ, ທ່ານບຣາດີ ປະທານ “ຄະນະກຳມະການ 1922” ທີ່ເປັນໝູ່ຄະນະສະມາຊິກພັກອະນຸລັກນິຍົມໃນສະພາຕ່ຳອັງກິດປະກາດວ່າ: ຄະນະກຳມະການຕົນໄດ້ຮັບໜັງສືຈາກສະມາຊິກສະພາຕ່ຳຂອງພັກຕົນ ທີ່ຮຽກຮ້ອງໃຫ້ດຳເນີນການລົງຄະແນນສຽງບໍ່ໄວ້ວາງໃຈຕໍ່ນາຍົກລັດຖະມົນຕີຫຼາຍກວ່າ 54 ສະບັບ. ສະນັ້ນ, ການລົງຄະແນນສຽງບໍ່ໄວ້ວາງໃຈໄດ້ຈັດຂຶ້ນໃນຕອນຄ່ຳມື້ດຽວກັນ.

ສະມາຊິກພັກອະນຸລັກນິຍົມໃນສະພາຕ່ຳອັງກິດ 359 ທ່ານໄດ້ເຂົ້າຮ່ວມການລົງຄະແນນສຽງບໍ່ໄວ້ວາງໃຈທີ່ຈັດຂຶ້ນໃນຕອນຄ່ຳມື້ດຽວກັນ. ຜົນການລົງຄະແນນສຽງສະແດງໃຫ້ເຫັນວ່າ: ທ່ານໂບຣິສ ຈອນສັນໄດ້ຮັບການສະໜັບສະໜູນຈາກສະມາຊິກພັກ 211 ທ່ານ. ຫຼັງຈາກນັ້ນ, ທ່ານໂບຣິສ ຈອນສັນກ່າວວ່າ: ໃນໄລຍະຕໍ່ໄປ, ລັດຖະບານ ແລະ ພັກອະນຸລັກນິຍົມອັງກິດຈະສາມັກຄີເປັນຈິດໜຶ່ງໃຈດຽວກັນ, ສຸມກຳລັງເຂົ້າໃນການຮັບມືກັບ “ສິ່ງທີ່ມີຄວາມສຳຄັນຢ່າງແທ້ຈິງຕໍ່ປະຊາຊົນ” ເຊິ່ງລວມທັງຮັບມືກັບຄ່າຄອງຊີບທີ່ສູງຂຶ້ນ.