ກະຊວງປ້ອງກັນປະເທດຈີນຕອບໂຕ້ກໍລະນີທີ່ການາດາປ່າວຂ່າວເຫດການເຮືອບິນທະຫານຈີນແລະການາດາປະເຊີນໜ້າກັນ

2022-06-07 15:14:40 CRI

ວັນທີ 6 ມິຖຸນານີ້, ທ່ານອູຊຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ ກ່ຽວກັບການາດາປ່າວຂ່າວເຫດການເຮືອບິນທະຫານຈີນແລະການາດາປະເຊີນໜ້າກັນ.

ທ່ານອູຊຽນກ່າວວ່າ: ໃນໄລຍະມໍ່ໆມານີ້, ເຮືອບິນທະຫານຂອງການາດາໄດ້ບິນເຂົ້າໃກ້ປະເທດຈີນ ເພື່ອເພີ່ມທະວີການສອດແນມແລະທ້າທາຍຕໍ່ຝ່າຍຈີນ ດ້ວຍຂໍ້ອ້າງປະຕິບັດມະຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເຊິ່ງໄດ້ທຳລາຍຄວາມໝັ້ນຄົງແຫ່ງຊາດຂອງຈີນ ແລະ ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພຂອງບຸກຄົນແນວໜ້າຂອງສອງຝ່າຍ. ຈີນສະແດງຄວາມຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້. ໂດຍແນໃສ່ການທ້າທາຍຂອງການາດາ, ກອງທັບຈີນໄດ້ປະຕິບັດມາດຕະການແກ້ໄຂທີ່ປອດໄພ ແລະ ຖືກຕ້ອງຕາມຫຼັກວິຊາການ.

ທ່ານອູຊຽນກ່າວຕື່ມວ່າ: ຈີນທວງໃຫ້ການາດາຈົ່ງຮັບຮູ້ເຖິງຄວາມຮ້າຍແຮງຂອງເຫດການດັ່ງກ່າວ, ຄຸ້ມຄອງກອງທະຫານແນວໜ້າຂອງຕົນຢ່າງເຄັ່ງຄັດ, ບໍ່ຄວນປະຕິບັດການທ້າທາຍເກາະຜິດແບບສ່ຽງໄພໃດໆ. ຖ້າບໍ່ດັ່ງນັ້ນ, ຝ່າຍການາດາຈະຕ້ອງຮັບຜິດຊອບຕໍ່ທຸກຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງ ທີ່ອາດຈະເກີດຂຶ້ນຍ້ອນເຫດການແບບນີ້.