ຈີນກ່າວວ່າ: ການລົງໂທດບໍ່ແມ່ນວິທີຖືກຕ້ອງໃນການແກ້ໄຂບັນຫາອູແກຣນ

2022-06-07 10:48:41 cri

ໂດຍແນ່ໃສ່ສະຫະພາບເອີຣົບວາງແຜນຈະເພີ່ມທະວີການລົງໂທດຣັດເຊຍ, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 6 ມິຖຸນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຄວາມຈິງໄດ້ຢືນຢັນໃຫ້ເຫັນແລ້ວວ່າ, ການລົງໂທດບໍ່ແມ່ນວິທີຖືກຕ້ອງໃນການແກ້ໄຂວິກິດການອູແກຣນ, ປະເທດຈຳນວນໜຶ່ງລົງໂທດຣັດເຊຍແບບບໍ່ຈຳແນກເປົ້າໝາຍ, ບໍ່ໄດ້ເຮັດໃຫ້ສະຖານະການອູແກຣນຜ່ອນຄາຍລົງແມ່ນແຕ່ໜ້ອຍດຽວ, ມີແຕ່ໄດ້ເຮັດໃຫ້ເອີຣົບແລະທົ່ວໂລກປະສົບກັບຄວາມເສຍຫາຍຢ່າງຫຼວງຫຼາຍເທົ່ານັ້ນ. ຄຽງຄູ່ກັບການລົງໂທດຍົກລະດັບຂຶ້ນແລະສືບເນື່ອງຕໍ່ໄປ, ປະຊາຊົນຂອງປະເທດເອີຣົບອາດຈະໄດ້ຮັບຜົນກະທົບທາງລົບຫຼາຍກວ່າເກົ່າເຊັ່ນ: ໄພເງິນເຟີ້, ວ່າງງານແລະອື່ນໆ. ທົ່ວໂລກກໍຕ້ອງຜະເຊີນໜ້າກັບສິ່ງທ້າທາຍທົດສອບຕ່າງໆເຊັ່ນ: ວິກິດການພະລັງງານ, ວິກິດການສະບຽງອາຫານແລະອື່ນໆ.

ຈີນສະໜັບສະໜູນເອີຣົບຢືນຢູ່ບົນເສັ້ນທາງແຫ່ງສັນຕິພາບ, ສະຖຽນລະພາບແລະຜົນປະໂຫຍດຂອງຕົນ, ວາງນະໂຍບາຍການຕ່າງປະເທດທີ່ສອດຄ່ອງກັບຜົນປະໂຫຍດຂອງປະເທດເອີຣົບຢ່າງເປັນເຈົ້າຕົນເອງ, ສະໜັບສະໜູນເອີຣົບຕັ້ງໜ້າຊຸກຍູ້ການແກ້ໄຂວິກິດການທາງການເມືອງ, ຊຸກຍູ້ການສ້າງຂອບຄວາມໝັ້ນຄົງເອີຣົບທີ່ດຸນດ່ຽງ, ມີປະສິດທິຜົນແລະແບບຍືນຍົງໃນທີ່ສຸດ.