ຫໍພິພິທະພັນວັດທະນະທຳພະລາຊະວັງກູ້ກຸ່ງຮົງກົງຈະເປີດຮັບຜູ້ເຂົ້າຊົມຢ່າງເປັນທາງການນັບແຕ່ວັນທີ 25 ກໍລະກົດໜ້ານີ້ເປັນຕົ້ນໄປ

2022-06-08 16:33:33 CRI

ວັນທີ 7 ມິຖຸນານີ້, ຫໍພິພິທະພັນວັດທະນະທຳພະລາຊະວັງກູ້ກຸ່ງຮົງກົງໄດ້ປະກາດວ່າ ຈະເປີດຮັບຜູ້ເຂົ້າຊົມຢ່າງເປັນທາງການນັບແຕ່ວັນທີ 25 ກໍລະກົດໜ້ານີ້ເປັນຕົ້ນໄປ.

ພິທີເປີດຫໍພິພິທະພັນວັດທະນະທຳພະລາຊະວັງກູ້ກຸ່ງຮົງກົງໂດຍແມ່ນຫໍພິພິທະພັນວັດທະນະທຳພະລາຊະວັງກູ້ກຸ່ງຮົງກົງ ແລະ ຫໍພິພິທະພັນພະລາຊະວັງກູ້ກຸ່ງຮ່ວມກັນວາງແຜນຈັດວາງສະແດງ, ຈະວາງສະແດງວັດຖຸບູຮານລ້ຳຄ່າຈາກຫໍພິພິທະພັນພະລາຊະວັງກູ້ກຸ່ງ 914 ອັນແບບຜັດປ່ຽນກັນ, ເປັນການຢືມໄປວາງສະແດງຢູ່ນອກແຜ່ນດິນໃຫຍ່ຈີນທີ່ມີຂະໜາດໃຫຍ່ທີ່ສຸດ ນັບແຕ່ໄດ້ສ້າງຕັ້ງຫໍພິພິທະພັນພະລາຊະວັງກູ້ກຸ່ງໃນປີ 1925 ເປັນຕົ້ນມາ, ໃນນັ້ນ, ມີວັດຖຸບູຮານຫຼາຍອັນໄດ້ໄປວາງສະແດງຢູ່ຮົງກົງເປັນຄັ້ງທຳອິດ.

ເພື່ອສະເຫຼີມສະຫຼອງຫໍພິພິທະພັນວັດທະນະທຳພະລາຊະວັງກູ້ກຸ່ງຮົງກົງເປີດຮັບຜູ້ເຂົ້າຊົມ, ປະຊາຊົນສາມາດສັ່ງຈອງປີ້ເຂົ້າຊົມຟຣີຜ່ານທາງອິນເຕີເນັດໃນທຸກໆວັນພຸດ ພາຍໃນເວລາ 1 ປີທີ່ຈະເປີດງານວາງສະແດງ (ເວັ້ນແຕ່ການວາງສະແດງແລະກິດຈະກຳພິເສດ).