ລັດຖະມົນຕີກະຊວງການເງິນອາເມຣິກາກ່າວວ່າ: ອັດຕາເງິນເຟີ້ຂອງອາເມຣິກາກຳລັງຢູ່ໃນ “ລະດັບທີ່ຍອມຮັບບໍ່ໄດ້”

2022-06-08 15:29:30 cri

ວັນທີ 7 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທ່ານນາງແຈນເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາ ໄດ້ກ່າວໃນກອງປະຊຸມຟັງຄຳໃຫ້ການຂອງຄະນະກຳມະການການເງິນຂອງສະພາສູງອາເມຣິກາວ່າ: ອັດຕາເງິນເຟີ້ຂອງອາເມຣິກາກຳລັງຢູ່ໃນ “ລະດັບທີ່ຍອມຮັບບໍ່ໄດ້”.

ທ່ານນາງ ແຈນເນັດ ເຢເລນ ຊີ້ອອກວ່າ: ສະຖານະການສູ້ຮົບລະຫວ່າງຣັດເຊຍ-ອູແກຣນກຳລັງສ້າງຜົນກະທົບຕໍ່ລາຄາພະລັງງານ ແລະອາຫານໃນທົ່ວໂລກ, ອາເມຣິກາບໍ່ແມ່ນປະເທດດຽວທີ່ກຳລັງປະສົບກັບບັນຫາໄພເງິນເຟີ້.

ທ່ານນາງ ແຈນເນັດ ເຢເລນ ກ່າວຕື່ມອີກວ່າ: ເນື່ອງຈາກວ່າເປັນຕະຫຼາດທີ່ມີລັກສະນະທົ່ວໂລກ, ຕະຫຼາດນ້ຳມັນເຊື້ອໄຟຂອງອາເມຣິກາ ກໍໄດ້ຮັບຜົນກະທົບຈາກການເມືອງພູມີພາກ, ອາເມຣິກາຕ້ອງການກາຍເປັນປະເທດທີ່ “ອີງໃສ່ພະລັງງານລົມ ແລະພະລັງງານແສງຕາເວັນ ທີ່ບໍ່ໄດ້ຮັບຜົນກະທົບຈາກການເມືອງພູມີພາກໃຫ້ຫຼາຍກວ່າເກົ່າ”.