ນັກການທູດຮົງກາຣີໄດ້ຮັບເລືອກຕັ້ງເປັນປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 77

2022-06-08 10:59:46 cri

ວັນທີ 7 ມິຖຸນາ 2022, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ເລືອກຕັ້ງທ່ານ ຊິຊະບະ ໂຄໂຣຊີ ນັກການທູດຮົງກາຣີເປັນປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 77.

ທ່ານໂຄໂຣຊີຈະເຂົ້າມາແທນທ່ານອັບດູລາ ຊາຮິດ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 76 ແລະເລີ່ມດຳລົງຕຳແໜ່ງໃນເດືອນກັນຍາປີນີ້, ມີອາຍຸການເປັນໄລຍະ 1 ປີ. ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະມັດຊາໃຫຍ່ແລ້ວ, ທ່ານໂຄໂຣຊີ ກ່າວວ່າ: ໃນໄລຍະດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດ, ວຽກງານສຳຄັນ 5 ຢ່າງຂອງຕົນແມ່ນ: ຍຶດໝັ້ນຫຼັກການພື້ນຖານຂອງ “ກົດບັດອົງການສະຫະປະຊາຊາດ”, ຊຸກຍູ້ການພັດທະນາແບບຍືນຍົງໃຫ້ມີຄວາມຄືບໜ້າຢ່າງເດັ່ນຊັດ, ສະແຫວງຫາວິທີແກ້ໄຂບັນຫາສັງລວມທີ່ມີລັກສະນະເປັນລະບົບໃນດ້ານການຮັບມືກັບສິ່ງທ້າທາຍ, ເພີ່ມທະວີບົດບາດຂອງວິທະຍາສາດເຂົ້າໃນຂະບວນການຕັດສິນບັນຫາ, ເພີ່ມທະວີຄວາມສາມັກຄີປອງດອງກັນເພື່ອຮັບມືກັບສິ່ງທ້າທາຍ.

ທ່ານໂຄໂຣຊີ ເກີດເມື່ອປີ 1958, ປັດຈຸບັນໄດ້ດຳລົງຕຳແໜ່ງເປັນຫົວໜ້າພັດທະນາສິ່ງແວດລ້ອມແບບຍືນຍົງຂອງຫ້ອງການປະທານາທິບໍດີຮົງກາຣີ. ທ່ານເລີ່ມເຮັດວຽກຢູ່ກະຊວງການຕ່າງປະເທດຮົງກາຣີເມື່ອປີ 1983, ແລະເປັນຜູ້ຕາງໜ້າຖາວອນຂອງຮົງກາຣີປະຈຳອົງການສະຫະປະຊາຊາດນັບແຕ່ປີ 2010 ຫາປີ 2014.