ກອງປະຊຸມການພັດທະນາໂທລະຄົມໂລກຈັດຂຶ້ນຢູ່ອາຟຣິກາເປັນຄັ້ງທຳອິດ

2022-06-08 15:33:47 cri

ວັນທີ 6 ມິຖຸນານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມການພັດທະນາໂທລະຄົມໂລກຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນຫຼວງຄີກາລີຂອງປະເທດຣູວັນດາ. ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການປະສານງານກັນ, ຮ່ວມກັນຫຼຸດຄວາມແຕກໂຕນກັນດ້ານດີຈີຕອນໃນທົ່ວໂລກ.

ທ່ານປາວ ຄາກາເມ ປະທານາທິບໍດີຣູວັນດາກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເລັ່ງຄວາມໄວຂອງການພັດທະນາດ້ານເຕັກນິກດີຈີຕອນ, ແຕ່ຍັງຄົງມີສິ່ງທ້າທາຍຢູ່. ບາງປະເທດເຖິງວ່າໄດ້ເຊື່ອມຕໍ່ອິນເຕີເນັດຄວາມໄວສູງແລ້ວກໍຕາມ, ແຕ່ຍັງບໍ່ສາມາດໄປຕາມຈັງຫວະການຫັນເປັນດີຈີຕອນທີ່ວ່ອງໄວຂອງຂະແໜງການຈຳນວນໜຶ່ງໄດ້. ຖ້າຢາກສ້າງເສດຖະກິດດີຈີຕອນ ແລະຮັບປະກັນບໍ່ໃຫ້ມີຜູ້ໃດຕົກແຖວ, ຕ້ອງພະຍາຍາມຮ່ວມກັນ ພ້ອມທັງສະໜອງການຝຶກອົບຮົມດ້ານເຕັກນິກດີຈີຕອນໃຫ້ກັບກຸ່ມຄົນທີ່ດ້ອຍໂອກາດ.

ກອງປະຊຸມການພັດທະນາໂທລະຄົມໂລກຄັ້ງທີ 8 ຈັດຂຶ້ນລະຫວ່າງວັນທີ 6 ຫາວັນທີ 16 ມິຖຸນານີ້, ເປັນຄັ້ງທຳອິດທີ່ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ອາຟຣິກາ ໂດຍມີຜູ້ຕາງໜ້າ 1.000 ກວ່າຄົນ ທີ່ມາຈາກ 100 ກວ່າປະເທດ ແລະເຂດແຄວ້ນເຂົ້າຮ່ວມ.