ຄັງສຳຮອງສະກຸນເງິນຕາຕ່າງປະເທດຂອງຈີນໃນທ້າຍເດືອນພຶດສະພາປີນີ້ມີເຖິງ 3.127,8 ຕື້ໂດລາສະຫະລັດ

2022-06-08 16:46:57 cri

ອີງຕາມສະຖິຕິຫຼ້າສຸດຈາກອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ໃນທ້າຍເດືອນພຶດສະພາປີນີ້,  ຄັງສຳຮອງສະກຸນເງິນຕາຕ່າງປະເທດຂອງຈີນ ມີເຖິງ 3.127,8 ຕື້ໂດລາສະຫະລັດ ເຊິ່ງໄດ້ເພີ່ມຂຶ້ນ 8,1 ຕື້ໂດລາສະຫະລັດ ຫຼື 0,26% ເມື່ອທຽບໃສ່ທ້າຍເດືອນເມສາປີນີ້.

ທ່ານນາງຫວາງຊູນຢີ່ງ, ຮອງຫົວໜ້າ ແລະໂຄສົກອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນກ່າວວ່າ: ໃນເດືອນພຶດສະພາປີນີ້, ຕະຫຼາດເງິນຕາຕ່າງປະເທດຂອງຈີນໄດ້ເຄື່ອນໄຫວຢ່າງໝັ້ນທ່ຽງໂດຍລວມ, ການສະໜອງ ແລະຄວາມຕ້ອງການເງິນຕາຕ່າງປະເທດພາຍໃນປະເທດຈີນມີຄວາມດຸນດ່ຽງໂດຍພື້ນຖານ. ຄັງສຳຮອງສະກຸນເງິນຕາຕ່າງປະເທດຂອງຈີນແມ່ນຄິດໄລ່ດ້ວຍເງິນໂດລາສະຫະລັດ, ເງິນສຳຮອງສະກຸນເງິນຕາຕ່າງປະເທດຂອງຈີນໃນເດືອນພຶດສະພາປີນີ້ໄດ້ເພີ່ມຂຶ້ນ.

ປັດຈຸບັນ, ສະຖານະການພາຍນອກຍັງມີຄວາມສັບສົນ ແລະຂ້ຽວຂາດ, ເສດຖະກິດໂລກກຳລັງປະເຊີນໜ້າກັບຄວາມສ່ຽງ ແລະສິ່ງທ້າທາຍທີ່ນັບມື້ນັບຫຼາຍຂຶ້ນ, ຕະຫຼາດການທະນາຄານສາກົນຍັງຄົງມີຄວາມບໍ່ແນ່ນອນຂ້ອນຂ້າງຫຼາຍ. ແຕ່ປະເທດຈີນໄດ້ວາງແຜນການປ້ອງກັນຄວບຄຸມພະຍາດໂຄວິດ-19 ແລະການພັດທະນາເສດຖະກິດສັງຄົມຢ່າງມີປະສິດທິພາບສູງ, ເສດຖະກິດຈີນສືບຕໍ່ມີທ່ວງທ່າທີ່ດີໃນໄລຍະຍາວ, ສິ່ງນີ້ຈະສະໜັບສະໜູນປະລິມານການສະສົມເງິນຕາຕ່າງປະເທດຂອງຈີນໃຫ້ມີຄວາມໝັ້ນທ່ຽງໂດຍລວມ.