ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ເງື່ອນໄຂທີ່ປະທານາທິບໍດີຣັດເຊຍແລະອູແກຣນພົບປະກັນແມ່ນຟື້ນຟູວຽກງານຄະນະເຈລະຈາຂອງສອງປະເທດກ່ອນ

2022-06-09 22:18:38 cri


ສື່ມວນຊົນຣັດເຊຍລາຍງານໃນວັນທີ 8 ມິຖຸນາ 2022 ໃຫ້ຮູ້ວ່າວ່າ:  ໃນໂອກາດເວົ້າເຖິງຄວາມອາດເປັນໄປໄດ້ທີ່ຈັດການພົບປະກັນລະຫວ່າງປະທານາທິບໍດີຣັດເຊຍກັບອູແກຣນ, ທ່ານເຊີເກີ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຕ້ອງຟື້ນຟູວຽກງານຂອງຄະນະເຈລະຈາທັງສອງປະເທດກ່ອນ.

ທ່ານລັຟລົຟ ກ່າວຕື່ມວ່າ: ທ່ານວະລາດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນເວົ້າຫຼາຍເທື່ອແລ້ວວ່າພຽງແຕ່ກອງທັບຣັດເຊຍຖອນຄືນຮອດຊາຍແດນກ່ອນສອງຝ່າຍເກີດການສູ້ຮົບກັນ, ສອງຝ່າຍຈຶ່ງສາມາດຟື້ນຟູການເຈລະຈາໄດ້. ແຕ່ຣັດເຊຍເຫັນວ່ານີ້ແມ່ນທ່າທີທີ່ບໍ່ເຄັ່ງຂຶມທີ່ສຸດ, ໄດ້ລະເມີດຂໍ້ລິເລີ່ມທີ່ຄະນະຜູ້ແທນອູແກຣນສະເໜີຢູ່ນະຄອນອິສຕັນບູນປະເທດຕວກກີໃນວັນທີ 29 ມີນາປີນີ້ຢ່າງໜັກໜ່ວງ.