ອີຣານຕົກລົງປິດເຄື່ອງຕິດຕາມ 2 ໜ່ວຍທີ່ອົງການພະລັງງານປະລະມານູສາກົນຕິດຕັ້ງຢູ່ສິ່ງກໍ່ສ້າງນິວເຄຼຍອີຣານ

2022-06-09 22:21:16 cri


ວັນທີ 8 ມິຖຸນາ 2022, ອົງການພະລັງງານປະລະມານູອີຣານໄດ້ອອກຖະແຫຼງການວ່າ, ຕົກລົງປິດເຄື່ອງຕິດຕາມທາງວິດີໂອ 2 ໜ່ວຍທີ່ອົງການພະລັງງານປະລະມານູສາກົນຕິດຕັ້ງຢູ່ໃນສິ່ງກໍ່ສ້າງນິວເຄຼຍອີຣານເລີ່ມແຕ່ວັນທີ 8 ມິຖຸນານີ້ເປັນຕົ້ນໄປ.

ຖະແຫຼງການລະບຸວ່າ: ອົງການພະລັງງານປະລະມານູອີຣານປະຕິບັດມາດຕະການດັ່ງກ່າວແມ່ນເພື່ອຮັບມືກັບ “ການກະທຳທີ່ລະເມີດກົດໝາຍ” ຂອງອົງການພະລັງງານປະລະມານູສາກົນ. ອີຣານໄດ້ຮ່ວມມືກັບອົງການພະລັງງານປະລະມານູສາກົນຢ່າງກວ້າງຂວາງນັບມາຮອດປັດຈຸບັນ, ແຕ່ວ່າອົງການພະລັງງານປະລະມານູສາກົນບໍ່ໄດ້ຊົມເຊີຍການຮ່ວມມືຈາກອີຣານ, ຊ້ຳພັດເຫັນວ່າການຮ່ວມມືເຫຼົ່ານີ້ແມ່ນຄວາມຮັບຜິດຊອບຂອງອີຣານ.

ວັນທີ 8 ມິຖຸນານີ້, ພາຍໃຕ້ການນຳພາຂອງອາເມຣິກາ, ອັງກິດ, ຝຣັ່ງແລະເຢຍລະມັນ, ກອງປະຊຸມສະພາມົນຕີຂອງອົງການພະລັງງານປະລະມານູສາກົນໄດ້ຜ່ານການຮັບຮອງມະຕິສະບັບໜຶ່ງທີ່ແນໃສ່ບັນຫາການຮັບປະກັນການຕິດຕາມອີຣານ, ເພື່ອສະກັດກັ້ນການເຄື່ອນໄຫວນິວເຄຼຍຂອງອີຣານແລະໃຊ້ກຳລັງໜີບຕໍ່ອີຣານ.