ນັກການເມືອງຍີ່ປຸ່ນທີ່ເຈຕະນາແຊກແຊງວຽກງານໄຕ້ຫວັນ ຈະຕ້ອງປະສົບຄວາມຫຼົ້ມເຫຼວໃນທີ່ສຸດ

2022-06-09 17:00:11 CRI

ຫວ່າງມໍ່ໆມານີ້, ສື່ມວນຊົນຍີ່ປຸ່ນໄດ້ລາຍງານຂ່າວເດັ່ນສອງຂ່າວ, ໜຶ່ງແມ່ນລັດຖະບານຍີ່ປຸ່ນກຽມຈະສົ່ງເຈົ້າໜ້າທີ່ບໍລິຫານຂອງກະຊວງປ້ອງກັນປະເທດໄປປະຈຳແຂວງໄຕ້ຫວັນຈີນໄວສຸດໃນລະດູຮ້ອນປີນີ້ ເພື່ອເພີ່ມທະວີໃນການເກັບກຳຂ່າວລັບ; ສອງແມ່ນກະຊວງປ້ອງກັນປະເທດຍີ່ປຸ່ນກຽມຈະສ້າງຕັ້ງກອງບັນຊາການສັງລວມ ທີ່ບັນຊາກອງປ້ອງກັນຕົວທາງບົກ, ທາງທະເລ ແລະ ທາງອາກາດ ທີ່ເປັນເອກະພາບກັນ ດ້ວຍຂໍ້ອ້າງທີ່ວ່າ: “ຢ້ານວ່າໄຕ້ຫວັນຈະເກີດມີບັນຫາ”.

ຖ້າຂ່າວນີ້ເປັນຂ່າວຈິງ, ຈະແມ່ນຝ່າຍຍີ່ປຸ່ນໄດ້ສົ່ງສັນຍານອັນຕະລາຍຫຼ້າສຸດອອກມາໃນບັນຫາໄຕ້ຫວັນ.

ປັດຈຸບັນນີ້, ອາເມຣິກາໄດ້ຈັດຕັ້ງປະຕິບັດຍຸດທະສາດອິນໂດ-ປາຊີຟິກເພື່ອປິດລ້ອມຈີນ ເຊິ່ງຖືກນັກການເມືອງຍີ່ປຸ່ນຈຳນວນໜຶ່ງຖືເປັນໂອກາດທີ່ຫາຍາກ ແລະຢາກສວຍໃຊ້ໂອກາດນີ້ເປັນປະໂຫຍດໃນທັນທີ. ສະນັ້ນ, ດ້ານໜຶ່ງ, ຍີ່ປຸ່ນໄດ້ພະຍາຍາມເປັນກອງຕະລຸມບອນຂອງອາເມຣິກາຢ່າງເປັນເຈົ້າການ ແລະ ອອກແຮງປະສານສົມທົບກັບຍຸດທະສາດອາຊີປາຊີຟິກ ຂອງກຸ່ມນາໂຕ; ອີກດ້ານໜຶ່ງກໍຢາກເຮັດໄປຕາມອາເມຣິກາ ເພື່ອສ້າງຄວາມປັ່ນປ່ວນຢູ່ອາຊີປາຊີຟິກ ເພື່ອຫຼຸດຄວາມກົດດັນໃນຈຸດປະສົງທີ່ຢາກຂະຫຍາຍກຳລັງທາງການທະຫານຂອງຍີ່ປຸ່ນ. ການປ່າວຂ່າວທີ່ເອີ້ນວ່າໄຕ້ຫວັນເກີດມີບັນຫາຈະເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນນັ້ນກໍເປັນກົນອຸບາຍສຳຄັນຢ່າງໜຶ່ງຂອງນັກການເມືອງຈຳນວນໜຶ່ງຂອງຍີ່ປຸ່ນ.

ວັນທີ 7 ມິຖຸນານີ້, ທ່ານຢາງເຈຍສື ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານທາງການຕ່າງປະເທດສູນກາງຈີນໄດ້ໂທລະສັບລົມກັບທ່ານອະຄິບາ ຕະເກະໂອະ ຫົວໜ້າກົມປ້ອງກັນຄວາມໝັ້ນຄົງແຫ່ງຊາດຍີ່ປຸ່ນ ໂດຍກ່າວວ່າ:ຖ້ານັກການເມືອງຍີ່ປຸ່ນແລະອາເມຣິກາຕັ້ງໃຈຫຼິ້ນເລ່ຽມ ໃນບັນຫາໄຕ້ຫວັນ ທີ່ພົວພັນເຖິງຜົນປະໂຫຍດແກນກາງຂອງຈີນ, ຈະຕ້ອງປະສົບຄວາມຫຼົ້ມເຫຼວໃນທີ່ສຸດ ເຊິ່ງບໍ່ຕ່າງຫຍັງກັບການຫຼິ້ນກັບໄຟນັ້ນເອງ.