ການຮ່ວມມືກ່ຽວກັບກຳປັ່ນດຳນ້ຳລະຫວ່າງອາເມຣິກາ, ອັງກິດ ແລະ ອົສຕຣາລີ ຄວນໃຫ້ຄວາມກະຈ່າງແຈ້ງຕໍ່ປະຊາຄົມໂລກ

2022-06-10 10:37:55 CRI

ວັນທີ 9 ມິຖຸນານີ້, ສະພາມົນຕີອົງການພະລັງງານປະລະມານູສາກົນໄດ້ສຳຫຼວດພິຈາລະນາ “ບັນຫາດ້ານຕ່າງໆ ກ່ຽວກັບການມອບວັດຖຸນິວເຄຼຍໃນການຮ່ວມມືກ່ຽວກັບກຳປັ່ນດຳນ້ຳລະຫວ່າງອາເມຣິກາ, ອັງກິດ ແລະ ອົສຕຣາລີ ພ້ອມທັງການຮັບປະກັນແລະຕິດຕາມຄຸ້ມຄອງ ທີ່ມີຜົນກະທົບຕໍ່ “ສັນຍາບໍ່ແຜ່ຜາຍອາວຸດນິວເຄຼຍ” ຫຼື NPT”.

ທ່ານວາງຊຸນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດທີ່ນະຄອນເຊີແນວຂອງສະວິດສກ່າວວ່າ, ການຮ່ວມມືກ່ຽວກັບກຳປັ່ນດຳນ້ຳລະຫວ່າງອາເມຣິກາ, ອັງກິດ ແລະ ອົສຕຣາລີ ໄດ້ລະເມີດ NPT, ລະເມີດສັນຍາຮັບປະກັນແລະຕິດຕາມຄຸ້ມຄອງຮອບດ້ານຂອງອົງການພະລັງງານປະລະມານູສາກົນ, ລະເມີດອະນຸສັນຍາສະບັບເພີ່ມເຕີມລະຫວ່າງອົສຕຣາລີກັບອົງການພະລັງງານປະລະມານູສາກົນ. ບໍ່ວ່າ 3 ປະເທດດັ່ງກ່າວໄດ້ຮ່ວມມືກັນກ່ຽວກັບກຳປັ່ນດຳນ້ຳດ້ວຍຂໍ້ອ້າງໃດໆ ແລະ ຈະຊຳລະແກ້ໄຂວັດຖຸອາວຸດນິວເຄຼຍແນວໃດກໍຕາມ, ລ້ວນແຕ່ບໍ່ສາມາດຫຼີກລ່ຽງທາດແທ້ໃນການມອບວັດຖຸອາວຸດນິວເຄຼຍ ໃນການຮ່ວມມືຂອງ 3 ປະເທດດັ່ງກ່າວໄດ້.

ການຮ່ວມມືກ່ຽວກັບກຳປັ່ນດຳນ້ຳລະຫວ່າງອາເມຣິກາ, ອັງກິດ ແລະ ອົສຕຣາລີ ໄດ້ລະເມີດທັງ 3 ດ້ານ, ປະຊາຄົມໂລກໄດ້ສະແດງຄວາມເອົາໃຈໃສ່ຢ່າງເຄັ່ງຂຶມຕໍ່ເລື່ອງນີ້ຢ່າງຕໍ່ເນື່ອງ ແລະ 3 ປະເທດຄວນໃຫ້ຄວາມກະຈ່າງແຈ້ງຕໍ່ເລື່ອງນີ້.