ມີຫຼາຍກວ່າ 1/3 ຂອງຜູ້ນຳປະເທດສະມາຊິກອົງການປະເທດທະວີບອາເມຣິກາປະຕິເສດບໍ່ເຂົ້າຮ່ວມກອງປະຊຸມສຸດຍອດທະວີບອາເມຣິກາ

2022-06-10 16:18:36 cri

ຂ່າວສານຣອຍເຕີຂອງອັງກິດລາຍງານວ່າ: ເນື່ອງຈາກວ່າອາເມຣິກາປະຕິເສດເຊື້ອເຊີນປະເທດຈຳນວນໜຶ່ງເຂົ້າຮ່ວມກອງປະຊຸມສຸດຍອດທະວີບອາເມຣິກາ, ສະນັ້ນ, ໃນປະເທດສະມາຊິກຂອງອົງການປະເທດທະວີບອາເມຣິກາຈຳນວນ 35 ປະເທດ ຍົກເວັ້ນອາເມຣິກາທີ່ເປັນເຈົ້າພາບແລ້ວ, ແມ່ນມີຫຼາຍກວ່າ 1/3 ຂອງຜູ້ນຳປະເທດໃນທະວີບອາເມຣິກາ ປະຕິເສດບໍ່ເຂົ້າຮ່ວມກອງປະຊຸມສຸດຍອດທະວີບອາເມຣິກາ.

ກອງປະຊຸມສຸດຍອດທະວີບອາເມຣິກາແມ່ນລິເລີ່ມໂດຍອາເມຣິກາ, ນັບແຕ່ປີ 1994 ເປັນຕົ້ນມາ, 3 ປີຫຼື 4 ປີໃດກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທື່ອໜຶ່ງ. ໃນປີ 2015, ລວມມີຜູ້ນຳປະເທດໃນທະວີບອາເມຣິກາ 35 ທ່ານໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທະວີບອາເມຣິກາ ເຊິ່ງເປັນກອງປະຊຸມດັ່ງກ່າວຄັ້ງໜຶ່ງທີ່ມີຈຳນວນຜູ້ນຳປະເທດເຂົ້າຮ່ວມຫຼາຍກວ່າໝູ່. ຕາມສື່ມວນຊົນອາເມຣິກາລາຍງານວ່າ: ເນື່ອງຈາກມີຜູ້ນຳປະເທດໃນທະວີບອາເມຣິກາຫຼາຍທ່ານບໍ່ເຂົ້າຮ່ວມກອງປະຊຸມ ເຮັດໃຫ້ກອງປະຊຸມສຸດຍອດທະວີບອາເມຣິກາໃນຄັ້ງນີ້ ໄດ້ເສຍຄວາມໝາຍທີ່ເປັນສັນຍາລັກແຫ່ງຄວາມສາມັກຄີຂອງປະເທດໃນທະວີບອາເມຣິກາ, ພ້ອມທັງເຮັດໃຫ້ກອງປະຊຸມດັ່ງກ່າວບໍ່ສາມາດສະແຫວງຫາວິທີແກ້ໄຂບັນຫາຊາວອົບພະຍົບຜິດກົດໝາຍ ແລະບັນຫາອື່ນໆໄດ້ ຢ່າງແທ້ຈິງ.