ໃນ 5 ເດືອນຕົ້ນປີນີ້ການຄ້າຂາເຂົ້າຂາອອກຂອງຈີນໄດ້ເພີ່ມຂຶ້ນ 8,3%

2022-06-10 10:45:57 cri


ອີງຕາມຕົວເລກສະຖິຕິທີ່ດ່ານພາສີຈີນເປີດເຜີຍສະແດງໃຫ້ເຫັນວ່າ: ໃນ 5 ເດືອນຕົ້ນປີນີ້, ຍອດມູນຄ່າຂາເຂົ້າຂາອອກຂອງຈີນບັນລຸເຖິງ 16.040 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ໄດ້ເພີ່ມຂຶ້ນ 8,3%. ໃນນັ້ນ, ມູນຄ່າສົ່ງອອກ 8.940 ຕື້ຢວນ, ເພີ່ມຂຶ້ນ 11,4%, ມູນຄ່ານຳເຂົ້າ 7.100 ຕື້ຢວນ, ເພີ່ມຂຶ້ນ 4,7%.

ຈາກຕົວເລກສະຖິຕິນີ້ສະແດງໃຫ້ເຫັນວ່າ: ໃນ 5 ເດືອນຕົ້ນປີນີ້, ໂຄງປະກອບການຄ້າຕໍ່ຕ່າງປະເທດຂອງຈີນໄດ້ປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ມູນຄ່າຂາເຂົ້າຂາອອກດ້ານການຄ້າທົ່ວໄປໄດ້ບັນລຸເຖິງ 10.270 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ໄດ້ເພີ່ມຂຶ້ນ 12%. ມູນຄ່າສົ່ງອອກແລະນຳເຂົ້າກັບຕໍ່ອາຊຽນໄດ້ບັນລຸເຖິງ 23.700 ຕື້ຢວນ, ທຽບໃສ່ໄລຍະດຽວກັນປີກາຍນີ້ໄດ້ເພີ່ມຂຶ້ນ 8,1%. ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ໄດ້ກວມ 14,8% ຂອງຍອດມູນຄ່າການຄ້າຕໍ່ຕ່າງປະເທດຂອງຈີນ. ນອກນີ້, ມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 16,8%, ມູນຄ່າຂາເຂົ້າຂາອອກກັບ 14 ປະເທດສະມາຊິກ RCEP ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ໄດ້ເພີ່ມຂຶ້ນ 4,2%.