ສະພາສູງອາເມຣິກາບໍ່ສາມາດບັນລຸສັນຍາກ່ຽວກັບການເຈລະຈາໃນການສ້າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດປືນ

2022-06-10 10:23:37 CRI

ວັນທີ 6 ມິຖຸນານີ້, ຜູ້ຕາງໜ້າສອງພັກໃນສະພາສູງອາເມຣິກາກ່າວວ່າ, ບໍ່ສາມາດບັນລຸສັນຍາກ່ຽວກັບການເຈລະຈາໃນການສ້າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດປືນໃນມື້ດຽວກັນ, ແຕ່ຈະສືບຕໍ່ສຸມຄວາມພະຍາຍາມ. ຕາມຂ່າວແຈ້ງວ່າ, ສະພາສູງອາເມຣິກາມີແຜນຈະບັນລຸສັນຍາກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງອາວຸດປືນກ່ອນທ້າຍສັບປະດານີ້, ແຕ່ສະມາຊິກຂອງສອງພັກລ້ວນແຕ່ກ່າວຫຼັງຈາກການເຈລະຈາວ່າ, ນີ້ເປັນບັນຫາທີ່ສັບສົນ ແລະ ບໍ່ສາມາດປະສົບຜົນສຳເລັດໄດ້ຢ່າງວ່ອງໄວ.

ວັນທີ 8 ມິຖຸນານີ້ຕາມເວລາທ້ອງຖິ່ນ, ສະພາຕ່ຳອາເມຣິກາໄດ້ຜ່ານການຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດປືນສະບັບໜຶ່ງ ໂດຍເຫັນດີ 223 ສຽງ ແລະຄັດຄ້ານ 204 ສຽງ. ກົດໝາຍສະບັບນີ້ພາດຫົວຂໍ້ວ່າ “ປົກປ້ອງເດັກນ້ອຍຂອງເຮົາ” ເຊິ່ງລວມທັງຮຽກຮ້ອງໃຫ້ເພີ່ມອາຍຸຂອງຄົນທີ່ສາມາດຊື້ອາວຸດເຄິ່ງອັດຕະໂນມັດຈາກ 18 ປີ ຂຶ້ນເປັນ 21 ປີ, ເພີ່ມທະວີການຄຸ້ມຄອງ “ປືນເຖື່ອນ” ທີ່ບໍ່ໄດ້ຮັບການອະນຸມັດຈາກລັດຖະບານອາເມຣິກາ, ສ່ວນບຸກຄົນຜະລິດເອງ, ບໍ່ມີເລກໝາຍ, ບໍ່ສາມາດຄົ້ນຫາແຫຼ່ງທີ່ມາໄດ້ ແລະເນື້ອໃນອື່ນໆ.