ກອງກຳປັ່ນຮົບທະເລບານຕິກຂອງຣັດເຊຍຈັດການຊ້ອມຮົບ

2022-06-11 15:23:55 cri

ວັນທີ 10 ມິຖຸນານີ້, ເວັບໄຊກະຊວງປ້ອງກັນປະເທດຣັດເຊຍໄດ້ແຈ້ງຂ່າວວ່າ: ກອງກຳປັ່ນຮົບທະເລບານຕິກຂອງຣັດເຊຍ ກຳລັງຈັດການຊ້ອມຮົບຢູ່ໃນເຂດທະເລທີ່ກ່ຽວຂ້ອງ ໂດຍມີທະຫານປະມານ 10.000 ຄົນ, ກຳປັ່ນຮົບ ແລະກຳປັ່ນລຳລຽງ 60 ກວ່າລຳ, ເຮືອບິນ ແລະເຮລິກົບເຕປະມານ 45 ລຳ ຈາກກອງກຳປັ່ນທະເລບານຕິກຂອງຣັດເຊຍເຂົ້າຮ່ວມ. ການຊ້ອມຮົບຄັ້ງນີ້ຈະດຳເນີນໄປຈົນຮອດວັນທີ 19 ມິຖຸນານີ້.

ການຊ້ອມຮົບໃນຄັ້ງນີ້ ແມ່ນຈັດຂຶ້ນພາຍໃຕ້ສະພາບການທີ່ອົງການນາໂຕຈັດການຊ້ອມຮົບປະຈຳປີຢູ່ໃນເຂດທະເລດັ່ງກ່າວ.