ຢູ່ສູນການຄ້າແຫ່ງໜຶ່ງທີ່ລັດມາຣີແລນຂອງອາເມຣິກາເກີດເຫດການຍິງກັນ

2022-06-11 15:40:46 cri

ໃນເວລາປະມານ 12 ໂມງ 45 ນາທີຂອງວັນທີ 10 ມິຖຸນານີ້ຕາມເວລາທ້ອງຖິ່ນ, ຢູ່ສູນການຄ້າແຫ່ງໜຶ່ງທີ່ລັດມາຣີແລນຂອງອາເມຣິກາ ໄດ້ເກີດເຫດການຍິງກັນ ໂດຍໄດ້ເຮັດໃຫ້ 3 ຄົນໄດ້ຮັບບາດເຈັບ. ຜູ້ບາດເຈັບ 3 ຄົນໄດ້ຖືກສົ່ງໄປປິ່ນປົວຢູ່ໂຮງໝໍແລ້ວ, ໃນນັ້ນ, ມີຄົນໜຶ່ງໄດ້ຮັບບາດເຈັບສາຫັດ.

ຈົນມາຮອດປັດຈຸບັນ, ຍັງບໍ່ທັນຈັບຜູ້ຕ້ອງສົງໄສໄດ້ເທື່ອ.