ເຈົ້າໜ້າທີ່ກຳປູເຈຍ: ທາງດ່ວນສາຍທຳອິດຈະມີຄວາມໝາຍປະຫວັດສາດຕໍ່ກຳປູເຈຍ

2022-06-11 14:29:05 ​ຊີ​ອາ​ໄອ


ທາງດ່ວນແຕ່ນະຄອນຫຼວງພະນົມເປັນຫານະຄອນສີຫະນຸ ທີ່ເປັນທາງດ່ວນສາຍທຳອິດຂອງກຳປູເຈຍຈະສ້າງສຳເລັດແລະໃຫ້ບໍລິການຢ່າງເປັນທາງການພາຍໃນປີນີ້. ຫວ່າງມໍ່ໆນີ້ ທ່ານຊຸນຈັນໂທນ ລັດຖະມົນຕີວຽກງານແຫ່ງລັດ ແລະລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ຂອງກຳປູເຈຍໄດ້ໃຫ້ສຳພາດຕໍ່ນັກຂ່າວ CMG ໂດຍກ່າວວ່າ, ເສັ້ນທາງດ່ວນດັ່ງກ່າວທີ່ລົງທຶນແລະກໍ່ສ້າງໂດຍວິສາຫະກິດຈີນຈະມີຄວາມໝາຍປະຫວັດສາດຕໍ່ກຳປູເຈຍ.

ທ່ານຊຸນຈັນໂທນກ່າວວ່າ, ທາງດ່ວນສາຍນີ້ເລີ່ມແຕ່ນະຄອນຫຼວງພະນົມເປັນໄປຮອດນະຄອນສີຫະນຸ ລວມຍາວທັງໝົດ 190 ກິໂລແມັດ, ເມື່ອເສັ້ນທາງສາຍນີ້ສ້າງສຳເລັດແລ້ວ ຈະເຮັດໃຫ້ເວລາຂົນສົ່ງສິນຄ້າແລະໂດຍສານຫຼຸດໜ້ອຍລົງ, ແລະສາມາດຊ່ວຍຊຸກຍູ້ເສດຖະກິດຂອງແຂວງສີຫະນຸພັດທະນາໄວກວ່າເກົ່າ.

ຕາມຮູ້ວ່າ, ທາງດ່ວນດັ່ງກ່າວເລີ່ມກໍ່ສ້າງແຕ່ວັນທີ 22 ມີນາ ປີ 2019 ເປັນທາງດ່ວນປິດທີ່ມີ 4 ເລນ. ພາຍຫຼັງສ້າງສຳເລັດແລ້ວ, ຈາກນະຄອນຫຼວງພະນົມເປັນຂັບລົດໄປທ່າກ່ຳປັ່ນສີຫະນຸ ຈະຫຼຸດເວລາຈາກ 5 ຊົ່ວໂມງແຕ່ເຫຼືອພຽງ 2 ຊົ່ວໂມງເທົ່ານັ້ນ.


(ທາງດ່ວນແຕ່ນະຄອນຫຼວງພະນົມເປັນຫານະຄອນສີຫະນຸ ທີ່ເປັນທາງດ່ວນສາຍທຳອິດຂອງກຳປູເຈຍຈະສ້າງສຳເລັດແລະໃຫ້ບໍລິການຢ່າງເປັນທາງການພາຍໃນປີນີ້)