ຈີນຈັດກິດຈະກຳວາງສະແດງມໍລະດົກນາມມະທຳ 6.200 ກວ່າລາຍການ ເພື່ອຕ້ອນຮັບ“ວັນມໍລະດົກວັດທະນະທຳ ແລະທຳມະຊາດຈີນ”

2022-06-11 15:35:43 cri

ວັນທີ 11 ມິຖຸນານີ້ ເປັນ“ວັນມໍລະດົກວັດທະນະທຳ ແລະທຳມະຊາດຈີນ”. ໃນວັນທີ 10 ມິຖຸນານີ້,  ພິທີເປີດກິດຈະກຳ “ງານວາງສະແດງຮູບພາບແລະຮູບເງົາ ເພື່ອສຳຜັດມໍລະດົກນາມມະທຳທາງອອນລາຍ” ແລະ “ເທດສະການຊື້ເຄື່ອງດ້ານມໍລະດົກນາມມະທຳ” ເພື່ອສະເຫຼີມສະຫຼອງວັນມໍລະດົກວັດທະນະທຳ ແລະທຳມະຊາດຈີນປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ.

ການໂຄສະນາມໍລະດົກນາມມະທຳໃນວັນມໍລະດົກວັດທະນະທຳ ແລະທຳມະຊາດຈີນຂອງປີນີ້ ແມ່ນຈັດຂຶ້ນທາງອອນລາຍ ແລະອັອຟລາຍ, ຈັດການວາງສະແດງ ແລະການຂາຍເຄື່ອງປະສານສົມທົບກັນ ແລະມີຝ່າຍຕ່າງໆປະສານງານກັນ ໂດຍໄດ້ໂຮມສູນສະແດງໃຫ້ເຫັນເຖິງຜົນສຳເລັດອັນອຸດົມສົມບູນຂອງຈີນໃນການອະນຸລັກ ແລະສືບທອດມໍລະດົກນາມມະທຳ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ. ນອກນີ້, ທ້ອງຖິ່ນຕ່າງໆຂອງຈີນຈະຈັດກິດຈະກຳໂຄສະນາ ແລະວາງສະແດງມໍລະດົກນາມມະທຳ 6.200 ກວ່າລາຍການ ໂດຍມີຈຸດປະສົງເພື່ອເຮັດໃຫ້ຊັບພະຍາກອນມໍລະດົກນາມມະທຳຫັນເປັນດີຈີຕອນ ແລະເຮັດໃຫ້ປະຊາຊົນສາມາດຊົມໃຊ້ຮ່ວມກັນ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ໃນການຮັບຮູ້, ຮ່ຳຮຽນ ແລະຄົ້ນຄວ້າສີມືດ້ານມໍລະດົກນາມມະທຳ.