ຮັກສາມໍລະດົກໂລກ, ຊຸກຍູ້ການສົນທະນາດ້ານອະລິຍະທຳ

2022-06-11 13:53:10 cri


ວັນເສົາທີ 2 ມິຖຸນາຂອງທຸກໆປີແມ່ນວັນມໍລະດົກວັດທະນະທຳແລະທຳມະຊາດຂອງຈີນ ເຊິ່ງແມ່ນໜຶ່ງໃນຫົວຂໍ້ຫຼັກໃນການສ້າງສາວັດທະນະທຳຂອງຈີນ ທີ່ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນລະດັບສູງແລະວິໄສທັດຍຸດທະສາດທີ່ເບິ່ງກວ້າງເຫັນໄກຂອງພັກແລະລັດທີ່ມີຕໍ່ການຮັກສາມໍລະດົກວັດທະນະທຳ ເພື່ອເປົ້າໝາຍສ້າງບັນຍາກາດທີ່ດີຕໍ່ການຮັກສາມໍລະດົກວັດທະນະທຳ, ຍົກສູງຄວາມຮັບຮູ້ຂອງປະຊາຊົນຕໍ່ຄວາມສຳຄັນຂອງການຮັກສາມໍລະດົກວັດທະນະທຳ, ປຸກລະດົມໃຫ້ທົ່ວສັງຄົມມີສ່ວນຮ່ວມ, ໃຫ້ຄວາມສົນໃຈ ແລະຮັກສາມໍລະດົກວັດທະນະທຳ, ເພີ່ມທະວີສະຕິຂອງທົ່ວສັງຄົມເພື່ອຮັກສາມໍລະດົກວັດທະນະທຳ.

ທ່ານສີຈິ້ນຜິງ ປະທານປະເທດດຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານຮັກສາມໍລະດົກວັດທະນະທຳແລະທຳມະຊາດ ໂດຍໄດ້ສະເໜີແນວຄວາມຄິດໃໝ່ແລະຍຸດທະສາດໃໝ່ຕ່າງໆ ເຊິ່ງໄດ້ຊຸກຍູ້ໃຫ້ວຽກງານຮັກສາມໍລະດົກວັດທະນະທຳແລະທຳມະຊາດໄດ້ຮັບຜົນສຳເລັດຄັ້ງປະຫວັດສາດ ແລະກາຍເປັນແຜນການຂອງຈີນໃຫ້ແກ່ການຮ່ວມມືໃນດ້ານການຮັກສາມໍລະດົກໂລກ.

ທ່ານປະທານສີຈິ້ນຜິງກ່າວເນັ້ນໜັກວ່າ: ມໍລະດົກວັດທະນະທຳແລະທຳມະຊາດໂລກແມ່ນຜົນສຳເລັດທີ່ສຳຄັນຂອງການພັດທະນາແລະການປ່ຽນແປງຕາມທຳມະຊາດຂອງອະລິຍະທຳມວມມະນຸດ,ທັງເປັນສິ່ງສຳຄັນໃນການຊຸກຍູ້ໃຫ້ອະລິຍະທຳທີ່ແຕກຕ່າງກັນໄດ້ຮຽນຮູ້ເຊິ່ງກັນແລະກັນ. ພວກເຮົາຄວນໃຫ້ອະລິຍະທຳຂອງປະເທດຕົນມີຊີວິດຊີວາ ພ້ອມທັງຄວນສ້າງເງື່ອນໄຂໃຫ້ອະລິຍະທຳຂອງປະເທດອື່ນເພື່ອພັດທະນາກ້າວໄປຂ້າງໜ້າ ເຮັດໃຫ້ອະລິຍະທຳຂອງໂລກພັດທະນາຢ່າງມີຫຼາກຫຼາຍສີສັນ.



ມໍລະດົກໂລກແມ່ນຊັບສິນຮ່ວມຂອງມວນມະນຸດ, ການຮັກສາແລະສືບທອດມໍລະດົກໂລກໃຫ້ດີແມ່ນໜ້າທີ່ຮ່ວມກັນຂອງມວນມະນຸດ. ໃນຂະນະທີ່ຮັກສາມໍລະດົກໂລກຢູ່ພາຍໃນປະເທດໃຫ້ດີ, ຈີນຍັງຈະສືບຕໍ່ປະຕິບັດຕາມແນວຄວາມຄິດການພັດທະນາໃໝ່, ຈະຕັ້ງໜ້າຈັດຕັ້ງຜັນຂະຫຍາຍ “ສົນທິສັນຍາການຮັກສາມໍລະດົກວັດທະນະທຳແລະທຳມະຊາດໂລກ”, ຈະຮ່ວມກັບປະເທດແລະອົງການຈັດຕັ້ງສາກົນທີ່ມີອຸດົມການຄືກັນຫຼາຍກວ່າເກົ່າ ເພື່ອຮັກສາມໍລະດົກວັດທະນະທຳແລະທຳມະຊາດຂອງມວນມະນຸດ, ຮ່ວມກັນສ້າງອະນາຄົດທີ່ເຄົາລົບ ແລະຮຽນຮູ້ເຊິ່ງກັນແລະກັນ.