ປະທານາທິບໍດີແຊັກບີປະຕິເສດລົງໂທດຣັດເຊຍ

2022-06-12 15:35:00 cri


ວັນທີ 10 ມິຖຸນາປີ 2022, ພາຍຫຼັງພົບປະກັບທ່ານໂອລັຟ ໂຊນ ນາຍົກລັດຖະມົນຕີ ເຢຍລະມັນ ຢູ່ນະຄອນຫຼວງແບນກຣາດ ປະເທດແຊັກບີ, ທ່ານອາເລັກຊານດາ ວູຊິກ ປະທານາທິບໍດີແຊັກບີ ໄດ້ກ່າວວ່າ: ກ່ຽວກັບການລົງໂທດຣັດເຊຍ, ແຊັກບີມີຫຼັກໝັ້ນ ຕ່າງກັນກັບສະຫະພາບເອີຣົບ.
ທ່ານວູຊິກ ກ່າວວ່າ: ໃນຫຼາຍສະຕະວັດມານີ້, ແຊັກບີ ແລະ ຣັດເຊຍໄດ້ຮັກສາສາຍພົວພັນ ທີ່ດີບໍ່ທຳມະດາ, ຣັດເຊຍໄດ້ສະໜັບສະໜູນຜືນແຜ່ນດິນອັນຄົບຖ້ວນຂອງແຊັກບີ ໃນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ນອກນີ້ສອງປະເທດຍັງມີການຮ່ວມມື ໃນຂົງເຂດພະລັງງານອີກ.
ທ່ານໂອລັຟ ໂຊນ ກ່າວວ່າ: ສະຫະພາບເອີຣົບຫວັງວ່າປະເທດຜູ້ສະໝັກເຂົ້າຮ່ວມ ເປັນສະມາຊິກຂອງສະຫະພາບເອີຣົບທັງໝົດ ລ້ວນແຕ່ເຂົ້າຮ່ວມການລົງໂທດຣັດເຊຍ. ແຕ່ທ່ານຍັງຄົງເນັ້ນໜັກອີກວ່າເຢຍລະມັນສະໜັບສະໜູນແຊັກບີເຂົ້າຮ່ວມເປັນສະມາຊິກສະຫະພາບເອີຣົບ.