ລັດຖະມົນຕີກະຊວງການເງິນອາເມຣິກາກ່າວວ່າ: ການລົງໂທດຣັດເຊຍສົ່ງຜົນເຮັດໃຫ້ໄພເງິນເຟີ້ອາເມຣິກາຮຸນແຮງຂຶ້ນອີກ

2022-06-12 15:34:07 cri


ຫວ່າງມໍ່ໆມານີ້, ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານນາງ ເຈນິດ ເຢເລັນ ລັດຖະມົນຕີກະຊວງການເງິນອາເມຣິກາເວົ້າວ່າ: ການເພີ່ມການລົງໂທດຣັດເຊຍໄດ້ເກີດ ຜົນກະທົບທາງລົບຢ່າງໃຫຍ່ຫຼວງຕໍ່ເສດຖະກິດອາເມຣິກາ ແລະ ຈະສົ່ງຜົນເຮັດໃຫ້ເສດຖະ ກິດອາເມຣິກາເຕີບໂຕຊ້າລົງ.
ທ່ານນາງເຢລົນ ກ່າວຕື່ມວ່າ: ການເພີ່ມການລົງໂທດຣັດເຊຍໄດ້ເກີດຜົນກະທົບທາງລົບ ຕໍ່ອາເມຣິກາແລ້ວ, ການລົງໂທດດັ່ງກ່າວໄດ້ເກີດຜົນກະທົບຢ່າງໃຫຍ່ຫຼວງ ໂດຍເຮັດໃຫ້ລາຄາອາຫານແລະພະລັງງານພາຍໃນປະເທດອາເມຣິກາແພງຂຶ້ນເລື້ອຍໆ. ໃນໄລຍະຕໍ່ໜ້າ, ຄຽງຄູ່ກັບອາເມຣິກາສືບຕໍ່ເພີ່ມການລົງໂທດຣັດເຊຍ, ລາຄານ້ຳມັນໃນທົ່ວ ປະເທດອາເມຣິກາຍັງອາດຈະແພງຂຶ້ນອີກ ເຊິ່ງຈະສົ່ງຜົນເຮັດໃຫ້ເສດຖະກິດອາເມຣິກາ ເຕີບໂຕຊ້າລົງ.
ພາຍຫຼັງຣັດເຊຍແລະອູແກຣນເກີດການປະທະກັນແລ້ວ, ອາເມຣິກາ ແລະ ປະເທດຕາເວັນຕົກອື່ນໆ ໄດ້ປະກາດໃຊ້ມາດຕະການລົງໂທດຣັດເຊຍມາຫຼາຍຮອບແລ້ວ ເຊິ່ງໄດ້ກວມເອົາການເງິນ, ພະລັງງານ, ສະບຽງອາຫານ, ອຸດສາຫະກຳການຜະລິດ ແລະຂົງເຂດອື່ນໆ.