ລັດຖະມົນຕີກະຊວງປ້ອງກັນປະເທດຈີນແລະອາເມຣິກາພົບປະກັນຢູ່ສິງກະໂປ

2022-06-12 15:04:24 CRI

ແຫຼ່ງຂ່າວຈາກກະຊວງປ້ອງກັນປະເທດຈີນລາຍງານວ່າ: ທ່ານເວີ້ຍເຟີ້ງເຫີ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລະ ທ່ານລອຍ ໂອສຕິນ ລັດຖະມົນຕີ ກະຊວງປ້ອງກັນປະເທດອາເມຣິກາ ທີ່ພວມເຂົ້າຮ່ວມ ກອງປະຊຸມຊັງຣີ-ລາ ຢູ່ສິງກະໂປ ໄດ້ພົບປະກັນໃນວັນທີ 10 ມິຖຸນານີ້.

ໃນການພົບປະ, ສອງຝ່າຍເຫັນວ່າ, ກອງທັບສອງປະເທດຄວນຈັດຕັ້ງປະຕິບັດຕາມຄວາມ ຮັບຮູ້ທີ່ເປັນເອກະພາບກັນລະຫວ່າງປະມຸກລັດຂອງສອງປະເທດ, ຮັກສາການແລກປ່ຽນ ທາງຍຸດທະສາດລະຫວ່າງການນຳຂັ້ນສູງ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດ ລະຫວ່າງສອງຝ່າຍ, ຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນລະຫວ່າງສອງຝ່າຍໃຫ້ດີ, ບໍ່ໃຫ້ຄວາມຂັດແຍ້ງກັນລະຫວ່າງສອງຝ່າຍຜັນແປເປັນການປະທະກັນ ແລະ ການເປັນປໍລະປັກກັນ.
ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການໃນພາກພື້ນແລະສາກົນ, ບັນຫາທະເລຈີນໃຕ້, ວິກິດການອູແກຣນ ແລະບັນຫາອື່ນໆ.