ຄວາມເອົາໃຈໃສ່ແລະຄວາມເປັນຫ່ວງເປັນໄຍນຳເລື່ອງການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຈີນຂອງທ່ານປະທານສີຈິ້ນຜິງ

2022-06-13 17:02:24 cri


ປັດຈຸບັນແມ່ນລະດູການເກັບກ່ຽວລະດູຮ້ອນຂອງຈີນ ເຊິ່ງເປັນລະດູການທຳອິດຂອງການຜະລິດທັນຍາຫານຂອງຈີນທີ່ຈະໄດ້ຮັບຜົນຜະລິດ 50% ໃນຕະ ຫຼອດປີ, ແຫ່ງຕ່າງໆຂອງຈີນພວມຍາດເວລາເກັບກ່ຽວທັນຍາຫານຢູ່.

ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນພົວພັນເຖິງອາຫານການກິນຂອງປະຊາຊົນ ຈີນ 1,4 ຕື້ກວ່າຄົນ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງທ່ານໄດ້ໄປສຳຫຼວດກວດກາວຽກງານຢູ່ເຂດຜະລິດທັນຍາຫານຕົ້ນຕໍໃນທົ່ວປະເທດ ເກືອບທຸກບ່ອນ.



ໃນເດືອນມີນາປີນີ້, ທ່ານສີຈິ້ນຜິງໄດ້ກ່າວໃນໄລຍະຈັດກອງປະຊຸມສອງສະພາຂອງຈີນວ່າ: “ດ້ວຍຄວາມພະຍາຍາມຢ່າງລຳບາກ, ປະເທດຈີນຈຶ່ງສາມາດລ້ຽງ ປະຊາຊົນເກືອບ 1 ສ່ວນ 5 ຂອງໂລກໄດ້ດ້ວຍການນຳໃຊ້ເນື້ອທີ່ດິນປູກ ຝັງ 9% ຂອງໂລກແລະຊັບພະຍາກອນນ້ຳຈືດ 6% ຂອງໂລກ, ໄດ້ປ່ຽນແປງ ສະພາບຈາກ 400 ລ້ານຄົນກິນບໍ່ອິ່ມໃນເມື່ອກ່ອນກາຍມາເປັນສະພາບທີ່ 1,4 ຕື້ກວ່າຄົນກິນດີກິນອິ່ມຄືຊູ່ມື້ນີ້ ເຊິ່ງໄດ້ໃຫ້ຄຳຕອບທີ່ໜັກແໜ້ນກ່ຽວກັບບັນ ຫາທີ່ວ່າໃຜເປັນຜູ້ລ້ຽງປະເທດຈີນໄດ້ນັ້ນຢ່າງແຂງແຮງ. ຜົນງານທີ່ຍາດມາໄດ້ນີ້ ມັນບໍ່ແມ່ນເລື່ອງງ່າຍ, ຕ້ອງສືບຕໍ່ປົກປັກຮັກສາແລະເສີມຂະຫຍາຍ.”



ຄັນຊັ້ນຈະປົກປັກຮັກສາແລະເສີມຂະຫຍາຍໄດ້ຄືແນວໃດ? ທ່ານສີຈິ້ນຜິງກ່າວວ່າ: 1, ແນວພັນພືດແມ່ນຂໍກຸນແຈທີ່ສຳຄັນໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນ. ມີແຕ່ກຳແໜ້ນແນວພັນພືດຂອງຈີນໃຫ້ດີ, ຈຶ່ງສາມາດຈັບຖ້ວຍເຂົ້າຂອງຈີນໃຫ້ແໜ້ນໄດ້, ຈຶ່ງສາມາດບັນລຸຄວາມໝັ້ນຄົ  ງດ້ານສະບຽງອາຫານ. 2, ຕ້ອງປຸກລະດົມຄວາມຫ້າວຫັນໃນການປູກພືດສະບຽງອາຫານຂອງຊາວກະສິກອນ, ຕ້ອງໃຫ້ຊາວກະສິກອນມີຜົນກຳໄລໄດ້. 3, ຕ້ອງນຳໃຊ້ມາດຕະການ “ໄມ້ແຂງ”, ຮັບປະກັນໃຫ້ດິນປູກຝັງບໍ່ໃຫ້ມີໜ້ອຍກວ່າ 120.000.000 ເຮັກຕາຢ່າງແທ້ຈິງ.4, ວິທີການແກ້ໄຂບັນຫາການກິນອີ່ມກິນດີຈາກກົກຮາກ ແມ່ນຕ້ອງອາໄສວິທະຍາສາດເຕັກນິກ.

ຕົນເອງມີສະບຽງອາຫານ, ໃນໃຈຈຶ່ງບໍ່ເປັນຫ່ວງເປັນໄຍ. ປັດຈຸບັນ, ລັດຖະບານຈີນທີ່ຖືທ່ານປະທານສີຈິ້ນຜິງເປັນແກນນຳໄດ້ຖືການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານເປັນວຽກງານຕົ້ນຕໍທີ່ສຸດໃນການປົກຄອງບໍລິຫານປະເທດຊາດ ໂດຍໄດ້ວາງຍຸດທະສາດທີ່ກ່ຽວຂ້ອງ ແລະພວມເດີນຕາມເສັ້ນທາງແຫ່ງການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານທີ່ມີສີສັນພິເສດຂອງຈີນ.