ອາເມຣິກາປະເຊີນກັບໄພເງິນເຟີ້ທີ່ຮ້າຍແຮງທີ່ສຸດໃນຮອບ 40 ປີຜ່ານມາ

2022-06-13 12:47:08 cri


   ສື່ມວນຊົນອາເມຣິກາລາຍງານໃຫ້ຮູ້ວ່າ,ທະນາຄານກາງອາເມຣິກາຫຼືFED ອາດຈະປະກາດປັບຂຶ້ນອັດຕາດອກເບ້ຍອີກໃນກອງປະຊຸມປຶກສາຫາລືອັດ ຕາດອກເບ້ຍໃນກາງເດືອນມິຖຸນານີ້ເພື່ອລະງັບອັດຕາດອກເບ້ຍທີ່່ສູງຂຶ້ນເລື້ອຍໆ.ອີງຕາມຂໍ້ມູນສະຖິຕິຂອງກະຊວງແຮງງານອາເມຣິກາໃຫ້ຮູ້ວ່າ,ອັດຕາໄພເງິນເຟີ້ ຂອງອາເມຣິກາໄດ້ຮັກສາຢູ່ໃນລະດັບສູງສຸດໃນຮອບ 40 ປີຜ່ານມານີ້.ວັນທີ 10 ມິຖຸນານີ້,ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຕິຕຽນວິສາຫະກິດ ນ້ຳມັນເຊື້ອໄຟອາເມຣິກາທີ່ຊຸກດັນລາຄານ້ຳມັນໃຫ້ສູງຂຶ້ນ,ແລະຍັງໄດ້ຕິຕຽນວ່າ ທ່ານວະລາີິເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ພາໃຫ້ລາຄາອາຫານ ແລະນ້ຳມັນເພີ່ມສູງຂຶ້ນ.ຕໍ່ກັບເລື່ອງນີ້,ນັກວິເຄາະໄດ້ຊີ້ອອກວ່າ,ລັດຖະບານອາເມຣິກາສຸມໃສ່ຕິຕຽນຜູ້ອື່ນ,ແຕ່ພັດບໍ່ຍອມແບກຫາບຄວາມຮັບຜິດຊອບຕໍ່ວິກິດການໄພເງິນເຟີ້.


   ນັກວິເຄາະຍັງຊີ້ອອກຕື່ມວ່າ,ລັດຖະບານໂຈ ໄບເດັນຍັງບໍ່ທັນໄດ້ເວົ້າຊັກ ຊວນໃຫ້ອາຣາບີ ຊາອຸດິດແລະປະເທດສະມາຊິກອື່ນໆຂອງອົງການໂອເປັກເພີ່ມ ກຳລັງການຜະລິດນ້ຳມັນ,ມັນເປັນເລື່ອງຍາກຫຼາຍທີ່ຈະລະງັບລາຄານ້ຳມັນທີ່ເພີ່ມສູງຂຶ້ນໃນປັດຈຸບັນໂດຍຜ່ານການເພີ່ມກຳລັງການຜະລິດ.ຄຽງຄູ່ກັບລາຄານ້ຳມັນ ດິບແລະອາຍແກັດສທຳມະຊາດຈະສືບຕໍ່ເພີ່ມສູງຂຶ້ນຢ່າງວ່ອງໄວໃນອະນາຄົດ ແລ້ວ,ອັດຕາໄພເງິນເຟີ້ຂອງອາເມຣິກາປະຈຳປີ2022 ອາດຈະບັນລຸເຖິງ 10%. ເລື່ອງຈິງໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າ,ລັດຖະບານອາເມຣິກາບໍ່ມີຄວາມສາມາດປັບລາຄານ້ຳມັນດິບໃຫ້ຫຼຸດລົງ,ທັງຂາດພາຫະນະທີ່ບັງເກີດຜົນເພື່ອລະງັບໄພເງິນເຟີ້.