ກະຊວງການຕ່າງປະເທດຈີນກ່າວວ່າ: ບໍ່ໃຫ້ຍີ່ປຸ່ນແຊກແຊງສະຖານະການຊ່ອງແຄບໄຕ້ຫວັນດ້ວຍທຸກຮູບແບບ

2022-06-13 17:12:07 CRI

 


ວັນທີ 13 ມິຖຸນານີ້, ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນ, ມີນັກຂ່າວຖາມວ່າ, ໃນວັນທີ 12 ມິຖຸນານີ້, ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນໄດ້ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ສິງກະໂປ, ໂດຍສະແດງຄວາມເປັນຫ່ວງຕໍ່ກັບການເຄື່ອນໄຫວທາງການທະຫານຂອງຈີນຢູ່ເຂດອ້ອມຂ້າງຍີ່ປຸ່ນ, ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

 

ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນວ່າ: “ຈີນມີຫຼັກໝັ້ນທີ່ຈະແຈ້ງ ໃນບັນຫາໄຕ້ຫວັນ ແລະ ບັນຫາເກາະຕ້ຽວອີ ຢ່າງສະເໝີຕົ້ນສະເໝີປາຍ. ເກາະຕ້ຽວອີ ພ້ອມດ້ວຍ ເກາະດອນທີ່ຢູ່ອ້ອມແອ້ມ ແມ່ນດິນແດນຂອງປະເທດຈີນມາແຕ່ບູຮານນະການ. ບໍ່ວ່າຍີ່ປຸ່ນມີຖ້ອຍຄຳຫຍັງ ຫຼື ເຮັດຫຍັງກໍບໍ່ສາມາດປ່ຽນແປງຄວາມຈິງພາວະວິໄສທີ່ວ່າ ເກາະຕ້ຽວອີເປັນຂອງປະເທດຈີນ. ໄຕ້ຫວັນແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກດິນແດນປະເທດຈີນໄດ້, ຍີ່ປຸ່ນມີໂທດກຳທາງປະຫວັດສາດຕໍ່ກັບປະຊາຊົນຈີນໃນບັນຫາໄຕ້ຫວັນ, ຍິ່ງຄວນລະມັດລະວັງໃນດ້ານຖ້ອຍຄຳ ແລະ ການປະພຶດ, ບໍ່ໃຫ້ແຊກແຊງສະຖານະການຊ່ອງແຄບໄຕ້ຫວັນດ້ວຍທຸກຮູບແບບ, ບໍ່ໃຫ້ສົ່ງສັນຍານອັນຜິດພາດດ້ວຍທຸກຮູບແບບໃຫ້ ອິດທິກຳລັງແບ່ງແຍກໄຕ້ຫວັນ. ຍີ່ປຸ່ນຄວນເຮັດໃນສິ່ງທີ່ມີຜົນດີຕໍ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະເທດໃນພາກພື້ນ ແລະ ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນໃຫ້ຫຼາຍ.”