ທ່ານສີຈິ້ນຜິງ ປະທານປະເທດຈີນສົ່ງສານຊົມເຊີຍໜັງສືພິມ “ຕ້າກົ່ງປ້າວ” ສ້າງຕັ້ງຂຶ້ນຄົບຮອບ 120 ປີ

2022-06-13 13:02:27 cri


ເນື່ອງໃນໂອກາດໜັງສືພິມ “ຕ້າກົ່ງປ້າວ” ສ້າງຕັ້ງຂຶ້ນຄົບຮອບ 120 ປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງສານຊົມເຊີຍ ໂດຍໄດ້ສະແດງຄວາມຊົມເຊີຍຢ່າງສຸດຊຶ້ງຕໍ່ພະນັກງານທຸກຖ້ວນໜ້າ.

ເນື້ອໃນສານຂອງທ່ານປະທານສີຈິ້ນຜິງ ລະບຸວ່າ: ໃນຫຼາຍກວ່າ 1 ສະຕະວັດຜ່ານມານີ້, ໜັງສືພິມ “ຕ້າກົ່ງປ້າວ” ໄດ້ຖະແຫຼງຂ່າວດ້ວຍຄວາມເປັນທຳ, ລົງພິມບົດຄວາມເພື່ອຕອບແທນປະເທດຊາດ ເຊິ່ງໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າເຂົ້າໃນການສ້າງສາປະເທດຈີນໃໝ່, ການປະຕິຮູບແລະເປີດປະຕູສູ່ພາຍນອກ, ການສ້າງເປັນທັນສະໄໝ, ການທີ່ຮົງກົງກັບຄືນສູ່ປະເທດຊາດ ແລະການຮັກສາຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຂອງຮົງກົງ. ຫຼັງຈາກເຂົ້າສູ່ຍຸກໃໝ່ແລ້ວ, ໜັງສືພິມ “ຕ້າກົ່ງປ້າວ” ໄດ້ອອກສຽງໂຄສະນາທາງບວກແລະເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນໃນສັງຄົມ ເຊິ່ງໄດ້ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບຂອງສັງຄົມຮົງກົງ, ເພີ່ມທະວີການແລກປ່ຽນກັນລະຫວ່າງຮົງກົງກັບແຜ່ນດິນໃຫຍ່ປະເທດຊາດ ແລະຊຸກຍູ້ໃຫ້ປະຊາຊົນມີຈິດໜຶ່ງໃຈດຽວກັນຄືນໃໝ່.

ໜັງສືພິມ “ຕ້າກົ່ງປ້າວ” ສ້າງຕັ້ງຂຶ້ນໃນວັນທີ 17 ມິຖຸນາປີ 1902, ແມ່ນໜັງສືພິມພາສາຈີນທີ່ມີປະຫວັດສາດອັນຍາວນານທີ່ສຸດໃນໂລກທີ່ຍັງພິມຈຳໜ່າຍໃນປັດຈຸບັນນີ້. ປີ 2016, ໜັງສືພິມດັ່ງກ່າວກັບໜັງສືພິມ “ເວີນຮຸ້ຍ” ຮົງກົງໄດ້ປະກອບເຂົ້າເປັນກຸ່ມບໍລິສັດສື່ຕ້າກົ່ງເວີນຮຸ້ຍຮົງກົງ, ໄດ້ເລັ່ງເລັດການພັດທະນາແບບເຊື່ອມໂຍງເຂົ້າກັນ ເຊິ່ງໄດ້ສ້າງໂຄງປະກອບໂຄສະນາດ້ວຍສື່ຫຼາຍປະເພດທີ່ຖືຮົງກົງເປັນຫຼັກ ແລະບໍລິການຄົນຈີນໃນທົ່ວໂລກ.