ອາເມຣິກາເກີດເຫດການໂຈມຕີດ້ວຍອາວຸດປືນ 25 ຄະດີພາຍໃນມື້ດຽວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະບາດເຈັບ 40 ຄົນ

2022-06-13 16:03:15 cri


ອີງຕາມຕົວເລກສະຖິຕິຂອງ “ສຳເນົາການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ” ຂອງອົງການທີ່ບໍ່ຫວັງຜົນກຳໄລອາເມຣິກາໃນວັນທີ 12 ມິຖຸນານີ້ໃຫ້ຮູ້ວ່າ: ນັບມາຮອດເວລາ 16 ໂມງຂອງວັນທີ 12 ມິຖຸນານີ້ຕາມເວລາທ້ອງຖິ່ນ, ຢູ່ຫຼາຍແຫ່ງຂອງອາເມຣິກາໄດ້ເກີດເຫດການໂຈມຕີດ້ວຍອາວຸດປືນ 25 ຄະດີ, ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນແລະບາດເຈັບ 40 ຄົນ, ແລະໃນເວລາ 72 ຊົ່ວໂມງທີ່ຜ່ານມານີ້, ຢູ່ອາເມຣິກາໄດ້ເກີດເຫດການໂຈມຕີດ້ວຍອາວຸດປືນທັງໝົດ 299 ຄະດີ.

ວັນທີ 11 ມິຖຸນານີ້, ກິດຈະກຳການເດີນຂະບວນປະທ້ວງຢ່າງຂະໜາດໃຫຍ່ທີ່ມີຫົວຂໍ້ວ່າ: ເດີນຂະບວນປະທ້ວງເພື່ອຊີວິດການເປັນຢູ່ຂອງພວກເຮົາ ທີ່ຖືການປ້ອງກັນການໃຊ້ຄວາມຮຸນແຮງດ້ວຍອາວຸດປືນເປັນສິ່ງສຳຄັນ ທີ່ນຳພາໂດຍນັກຮຽນນັກສຶກສາ ໄດ້ຈັດຂຶ້ນຢູ່ເຂດພິເສດວໍຊິງຕັນອາເມຣິກາ. ພ້ອມກັນນັ້ນ, ຜູ້ຄົນຢູ່ຕາມຕົວເມືອງຮ້ອຍກວ່າແຫ່ງຫຼວມທັງໝົດຫຼາຍພັນຄົນຂອງ 50 ລັດໃນອາເມຣິກາ ໄດ້ກ່າວສະໜັບສະໜູນການເດີນຂະບວນເພື່ອຊຸກຍູ້ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດປືນ.

ເຖິງວ່າທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວວ່າ: ຫວັງວ່າຈະລົງລາຍເຊັນບັງຄັບໃຊ້ຮ່າງກົດໝາຍວ່າດ້ວຍການຄວບຄຸມການໃຊ້ຄວາມຮຸນແຮງດ້ວຍອາວຸດປືນໂດຍໄວ ເພື່ອຊຸກຍູ້ຄວາມປອດໄພໃນການໃຊ້ປືນ. ແຕ່ຈະເຮັດໃຫ້ຄວາມຮຽກຮ້ອງແລະຜົນປະໂຫຍດຂອງຝ່າຍຕ່າງໆມີຄວາມດຸນດ່ຽງໄດ້ຄືແນວໃດ ແລະຂະບວນການຕັດສິນນະໂຍບາຍທີ່ແກ່ຍາວເປັນເວລາດົນນານນັ້ນ ຈະມີຜົນສະທ້ອນຕໍ່ການສ້າງກົດໝາຍຢ່າງສຳເລັດຜົນໃນທີ່ສຸດໄດ້ຫຼືບໍ່.