ກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກຄັ້ງທີ 12 ໄຂຂຶ້ນຢູ່ເຊີແນວ

2022-06-13 09:50:23 cri



ວັນທີ 12 ມິຖຸນານີ້, ກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າ ໂລກຄັ້ງທີ 12 ໄດ້ໄຂຂຶ້ນຢູ່ນະຄອນເຊີແນວ ປະເທດສະວິສ ໂດຍຈະດຳເນີນ ໄປຈົນຮອດວັນທີ 15 ມິຖຸນານີ້. ກອງປະຊຸມຄັ້ງນີ້ຕົ້ນຕໍຈະສຸມໃສ່ປຶກສາຫາລືໃນ 4 ຫົວຂໍ້ຄື: ການເກື້ອກູນດ້ານຂະແໜງການປະມົງ, ກະສິກຳ, ການຮັບມືກັບສະພາບພະຍາດໂຄວິດ-19ເຊິ່ງລວມທັງການຍົກເວັ້ນຊັບສິນທາງປັນຍາຕາມສັນຍາວ່າດ້ວຍຊັບສິນທາງປັນຍາທີ່ກ່ຽວກັບການຄ້າ, ແລະການປະ ຕິຮູບອົງການການຄ້າໂລກ, ເພື່ອພະຍາຍາມສູ້ຊົນໃຫ້ສາມາດບັນລຸສັນຍາ ຫຼາຍຝ່າຍໃນຂົງເຂດເຫຼົ່ານີ້.



ປັດຈຸບັນ, ອົງການການຄ້າໂລກໄດ້ແຈກຢາຍຮ່າງສັນຍາຫຼາຍ ສະບັບໄປໃຫ້ບັນດາຄະນະຜູ້ແທນເພື່ອນຳໄປຄົ້ນຄວ້າພິຈາລະນາ. ແຕ່ວ່າ ທ່ານນາງ ອັນໂກຊີ ໂອຄອນໂຈ ອີເວລາ ຜູ້ອຳນວຍການ ໃຫຍ່ອົງການການຄ້າໂລກໄດ້ກ່າວຢືນຢັນກ່ອນໄຂກອງປະຊຸມວ່າ: ບັນດາຝ່າຍ ຍັງມີຄວາມເຫັນທີ່ບໍ່ກົງກັນຫຼາຍສົມຄວນ. ທ່ານນາງເລັ່ງທວງ ໃຫ້ບັນດາ ຝ່າຍພະຍາຍາມຈົນສຸດຄວາມສາມາດເພື່ີອບັນລຸຄວາມເຫັນທີ່ເປັນເອກະພາບກັນໃນຫົວຂໍ້ຕົ້ນຕໍ ເພື່ອເຮັດໃຫ້ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 12 ໄດ້ຮັບໝາກຜົນຕົວຈິງ.