ຮອດປີ 2035 ຈີນຕ້ອງສ້າງສັງຄົມແບບສອດຄ່ອງກັບດິນຟ້າອາກາດໃຫ້ ສຳເລັດຜົນໂດຍພື້ນຖານ

2022-06-14 12:36:17 cri


   ວັນທີ 13 ມິຖຸນານີ້,ກະຊວງນິເວດວິທະຍາແລະສິ່ງແວດລ້ອມຈີນລາຍງານໃຫ້ຮູ້ວ່າ,ຫວ່າງມໍ່ໆນີ້, 17 ພາກ ສ່ວນໄດ້ຮ່ວມກັນພິມແລະແຈກຢາຍ “ຍຸດທະສາດ 2035 ວ່າດ້ວຍການສອດຄ່ອງກັບດິນຟ້າອາກາດແຫ່ງຊາດ”ໂດຍໄດ້ສະເໜີອອກວ່າ, ຮອດປີ 2035, ຄວາມສາມາດຕິດຕາມວັດແທກແລະເຕືອນໄພການປ່ຽນແປງ ຂອງດິນຟ້າອາກາດຈະບັນລຸເຖິງລະດັບກ້າວໜ້າຂອງສາ ກົນ,ລະບົບຄຸ້ມຄອງແລະປ້ອງກັນຄວາມສ່ຽງດ້ານດິນຟ້າອາກາດໄດ້ມີຄວາມສົມບູນຂຶ້ນໂດຍພື້ນຖານ, ຄວາມສ່ຽງດ້ານໄພພິບັດຮ້າຍແຮງທີ່ກ່ຽວຂ້ອງກັບດິນຟ້າອາກາດໄດ້ຮັບການປ້ອງກັນແລະຄວບຄຸມຢ່າງມີປະສິດທິຜົນ,ລະບົບເຕັກນິກແລະລະບົບມາດຕະ ຖານທີ່ ສອດຄ່ອງກັບການປ່ຽນແປງຂອງດິນຟ້າອາກາດຍິ່ງສົມບູນກວ່າເກົ່າ,ຄວາມສາມາດໃນການປັບຕົວໃຫ້ສອດຄ່ອງກັບການປ່ຽນແປງຂອງດິນຟ້າອາກາດຂອງທົ່ວສັງຄົມໄດ້ຍົກສູງຂຶ້ນຢ່າງພົ້ນເດັ່ນ,ສັງຄົມແບບສອດຄ່ອງກັບດິນຟ້າອາກາດໄດ້ສ້າງສຳເລັດ ຜົນໂດຍພື້ນຖານ.


   ຜູ້ຊ່ຽວຊານກ່າວວ່າ:ນີ້ແມ່ນມາດຕະການສຳຄັນທີ່ປະຕິບັດຍຸດທະສາດແຫ່ງ ຊາດທີ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຕັ້ງໜ້າແລະເພີ່ມທະວີວຽກງານສອດຄ່ອງກັບການປ່ຽນແປງຂອງດິນຟ້າອາກາດ.


   ການສອດຄ່ອງແລະການຜ່ອນຄາຍແມ່ນທິດທາງໃຫຍ່ສອງຢ່າງທີ່ຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ.ການຜ່ອນຄາຍໄດ້ເນັ້ນໜັກເຖິງການຫຼຸດຜ່ອນການລະບາຍອາຍພິດເຮືອນແກ້ວແລະເພີ່ມກາກບອນຊິງ(carbon sink),ສ່ວນການສອດຄ່ອງແມ່ນ ເນັ້ນໜັກເຖິງການປ້ອງກັນແລະຫຼຸດຜ່ອນຜົນກະທົບແລະຄວາມສ່ຽງບໍ່ດີຈາກການປ່ຽນແປງຂອງດິນຟ້າອາກາດ,ທັງສອງຢ່າງນີ້ຕ່າງຊ່ວຍຊູຍູູ້ໜູນກັນເຊິ່ງຂາດຢ່າງໃດຢ່າງໜຶ່ງບໍ່ໄດ້.