ນາຍົກອົສຕຣາລີຜູ້ໃໝ່ສົ່ງຈົດໝາຍຂອບໃຈຄືນໃຫ້ກັບນາຍົກຈີນ

2022-06-14 10:38:17 cri


ວັນທີ 13 ມິຖຸນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຫຼັງຈາກທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນສົ່ງສານສົມເຊີຍຕໍ່ທ່ານອັນໂຕນີ ອັນບາເນສ ນາຍົກລັດຖະມົນຕີອົສຕຣາລີຜູ້ໃໝ່, ຈີນໄດ້ຮັບຈົດໝາຍຂອບໃຈທີ່ ທ່ານອັນບາເນສ ສົ່ງຄືນໃຫ້ ທ່ານຫຼີເຄີ້ສຽງ. ຈີນເຫັນວ່າ: ການຟື້ນຟູການພົວພັນລະຫວ່າງຈີນ-ອົສຕຣາລີ ຄວນມີການກະທຳຕົວຈິງ.

ທ່ານວ່າງເວີນປິ່ນໄດ້ໃຫ້ທັດສະນະດັ່ງກ່າວໃນເວລາຕອບຄຳຖາມກ່ຽວກັບຈີນໄດ້ຮັບການຕອບຄືນຈາກອົສຕຣາລີຫຼືບໍ່. ທ່ານວ່າງເວີນປິ່ນກ່າວຢ້ຳວ່າ: “ການພົວພັນລະຫວ່າງຈີນ-ອົສຕຣາລີທີ່ປອດໃສແລະໝັ້ນທ່ຽງ ແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານແລະຄວາມປາຖະໜາຮ່ວມຂອງປະຊາຊົນສອງຊາດ. ດັ່ງທີ່ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວໄວ້ໃນເວລາໃຫ້ສຳພາດຕໍ່ນັກຂ່າວໃນຫວ່າງບໍ່ດົນມານີ້ວ່າ: ການປັບປຸງການພົວພັນລະຫວ່າງຈີນ-ອົສຕຣາລີບໍ່ມີຮູບແບບອັດຕະໂນມັດ, ສອງຝ່າຍຕ້ອງມີການກະທຳຕົວຈິງ, ນີ້ແມ່ນສອດຄ່ອງກັບຄວາມປາຖະໜາຂອງປະຊາຊົນສອງຊາດ ທັງສອດຄ່ອງກັບກະແສຫຼັກແຫ່ງການພັດທະນາຂອງຍຸກສະໄໝ. ຫວັງວ່າອົສຕຣາລີຈະປະຕິບັດຕໍ່ຈີນແລະປະຕິບັດຕໍ່ການພົວພັນລະຫວ່າງຈີນ-ອົສຕຣາລີຢ່າງມີສະຕິໃນທາງບວກ, ຍຶດໝັ້ນຈິດໃຈທີ່ເຄົາລົບເຊິ່ງກັນແລະກັນ, ສະແຫວງຫາສິ່ງທີ່ຄືກັນແລະສະຫງວນສິ່ງທີ່ຕ່າງກັນ, ຮ່ວມກັນກັບຈີນ ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອົດສຕຣາລີຂະຫຍາຍຕົວໄປຂ້າງໜ້າຢ່າງປອດໃສແລະໝັ້ນທ່ຽງ.”