ປະທານາທິບໍດີອິນໂດເນເຊຍປະກາດຈັດຕັ້ງຄະນະລັດຖະບານຄືນໃໝ່

2022-06-15 16:35:41 CRI


ຕອນບ່າຍວັນທີ 15 ມິຖຸນານີ້, ອີງຕາມຂ່າວຈາກເວັບໄຂເລຂາຄະນະລັດຖະບານອິນໂດເນເຊຍໃຫ້ຮູ້ວ່າ, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ປະກາດຈັດຕັ້ງຄະນະລັດຖະບານຄືນໃໝ່, ໂດຍໄດ້ແຕ່ງຕັ້ງລັດຖະມົນຕີຄົນໃໝ່ 2 ຄົນ, ຄື ທ່ານຮາດີ ອະດີດຜູ້ບັນຊາການໃຫຍ່ກອງທັບປະຊາຊົນແຫ່ງຊາດເປັນລັດຖະມົນຕີກະຊວງແຜນຜັງທີ່ດິນ, ທ່ານຈູນກິຟລີ ຮາຊັນ ເປັນລັດຖະມົນຕີກະຊວງການຄ້າ.


ນອກນີ້, ທ່ານໂຈໂກ ວິໂດໂດຍັງຈະແຕ່ງຕັ້ງຮອງລັດຖະມົນຕີຄົນໃໝ່ 3 ຄົນ, ແລະຈະຈັດພິທີຂຶ້ນດຳລົງຕຳແໜ່ງໃນຕອນບ່າຍມື້ດຽວກັນ.