ທະນາຄານໂລກສະໜອງທຶນ150 ລ້ານໂດລາໃຫ້ອົງການFAOສະຫະປະຊາຊາດເພື່ອຊ່ວຍເຫຼືອອັຟການິດສະຖານ

2022-06-15 16:43:07 CRI


ວັນທີ 13 ມິຖຸນານີ້, ອົງການອາຫານ ແລະ ການກະເສດຂອງວສະຫະປະຊາຊາດ ຫຼື FAO ແຈ້ງໃຫ້ຮູ້ວ່າ, ທະນາຄານໂລກປະກາດອອກທຶນ 150 ລ້ານໂດລາສະຫະລັດເພື່ອຊ່ວຍເຫຼືອປະຊາຊົນຢູ່ຊົນນະບົດຂອງອັຟການິດສະຖານ. ອົງການFAO ແຈ້ງຕື່ມວ່າ, ທຶນຊ່ວຍເຫຼືອດັ່ງກ່າວຈະຊ່ວຍເຫຼືອຊາວກະສິກອນອັຟການິດສະຖານຍົກສູງປະລິມານການຜະລິດເຂົ້າເບຼ, ສະໜອງການສະໜັບສະໜູນໃຫ້ແກ່ປະຊາຊົນປະມານ 2ລ້ານ 1 ແສນຄົນ. ນອກນີ້, ທຶນດັ່ງກ່າວຍັງຈະນຳໃຊ້ເຂົ້າໃນການສະໜັບສະໜູນ ແລະ ປັບປຸງລະບົບລະບາຍນ້ຳເຂົ້ານາ ແລະພື້ນຖານໂຄງລ່າງຊົນລະປະທານຢູ່ທ້ອງຖິ່ນແຫ່ງນັ້ນ.

 

ອົງການFAOຂອງສະຫະປະຊາຊາດໃຫ້ຮູ້ຕື່ມວ່າ, ທຶນຊ່ວຍເຫຼືອ 150 ລ້ານໂດລາຄັ້ງນີ້ແມ່ນງວດທຳອິດໃນຈຳນວນທຶນຊ່ວຍເຫຼືອທີ່ມີຍອດມູນຄ່າ195 ລ້ານໂດລາ, ສ່ວນອີກ 45 ລ້ານໂດລາຈະມອບໃຫ້ໃນອີກ 2 ປີຕໍ່ໜ້ານີ້.