ຈີນກ່າວວ່າ: ສາເຫດທີ່ພາໃຫ້ການພົວພັນລະຫວ່າງຈີນ-ອົສຕຣາລີມີຄວາມຫຍຸ້ງຍາກແມ່ນຈະແຈ້ງທີ່ສຸດ

2022-06-15 10:38:35 cri

ວັນທີ 14 ມິຖຸນານີ້, ນາຍົກລັດຖະມົນຕີອົສຕຣາລີກ່າວວ່າ: ຈີນຄວນຍົກເລີກການລົງໂທດຕໍ່ອົສຕຣາລີ ເພື່ອປັບປຸງການພົວພັນລະຫວ່າງສອງປະເທດໃຫ້ດີຂຶ້ນ ແລະກ່າວວ່າ: ອົສຕຣາລີຍິນດີສົນທະນາກັບຈີນ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ: ໃນຊຸມປີມໍ່ໆມານີ້, ສາເຫດທີ່ພາໃຫ້ການພົວພັນລະຫວ່າງສອງປະເທດມີຄວາມຫຍຸ້ງຍາກແມ່ນຈະແຈ້ງທີ່ສຸດ, ຈີນມີຫຼັກໝັ້ນທີ່ຈະແຈ້ງມາໂດຍຕະຫຼອດໃນການຂະຫຍາຍການພົວພັນລະຫວ່າງຈີນ-ອົສຕຣາລີ.

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນໃນວັນທີ 14 ມິຖຸນານີ້, ທ່ານວ່າງເວີນປິ່ນໄດ້ກ່າວເນັ້ນໜັກໃນເວລາຕອບຄຳຖາມທີ່ກ່ຽວຂ້ອງວ່າ:  ອົສຕຣາລີຄວນປະຕິບັດຕໍ່ການພົວພັນລະຫວ່າງສອງປະເທດຕາມຫຼັກການທີ່ເຄົາລົບເຊິ່ງກັນແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນກັບຈີນ ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອົສຕຣາລີຂະຫຍາຍຕົວໄປຂ້າງໜ້າຢ່າງປອດໃສແລະໝັ້ນທ່ຽງ.