ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ນຳໃຊ້ທ່າແຮງດ້ານເຕັກນິກເພື່ອສ້າງ ສະພາບແວດລ້ອມການດຳລົງຊີວິດທີ່ມີສ່ວນຮ່ວມຫຼາຍກວ່າເກົ່າໃຫ້ແກ່ຄົນພິການ

2022-06-15 13:07:04 cri


ວັນທີ 14 ມີຖຸນານີ້,ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກນຳໃຊ້ທ່າແຮງດ້ານເຕັກນິກຢ່າງເຕັມສ່ວນເພື່ອສ້າງສະພາບແວດລ້ອມການດຳລົງຊີວິດທີ່ມີສ່ວນຮ່ວມຫຼາຍກວ່າເກົ່າໃຫ້ແກ່ຄົນພິການ.


ໃນກອງປະຊຸມຄັ້ງທີ15ຂອງກອງປະຊຸມໃຫຍ່ປະເທດພາຄີໃນສົນທິສັນຍາ ສິດທິຄົນພິການທີ່ໄຂຂຶ້ນໃນວັນທີ 14 ມິຖຸນານີ້, ທ່ານກູເຕີເຣັສໄດ້ກ່າວວ່າ, ເຕັກນິກສາມາດຊຸກຍູ້ຄວາມສະເໝີພາບກັນດ້ານໂອກາດ,ທັບມ້າງອຸປະສັກຕ່າງໆເພື່ອສ້າງສະພາບແວດ ລ້ອມທີ່ມີສ່ວນຮ່ວມຫຼາຍກວ່າເກົ່າສຳລັບຄົນພິການ.ທ່ານກ່າວວ່າ,ມີປະຊາກອນ 1 ຕື້ກວ່າຄົນຢູ່ໃນໂລກນີ້ຕ້ອງການເຕັກນິກຊ່ວຍ ເຫຼືອ, ແຕ່ຢູ່ປະເທດຈຳນວນບໍ່ໜ້ອຍເກຶອບໝົດທຸກຄົນບໍ່ສາມາດໄດ້ຮັບເຄື່ອງມືພື້ນຖານເຫຼົ່ານີ້.ຄຳໝັ້ນສັນຍາທີ່ອູ້ມຊູເຕັກນິກໝາຍຄວາມວ່າ,ປະຊາຄົມໂລກຈະຫຼຸດຊ່ອງຫວ່າງດີຈີຕອນໃຫ້ໜ້ອຍລົງ,ເປີດກວ້າງຄວາມສາມາດເຂົ້າເຖິງແລະການມີສ່ວນຮ່ວມເພື່ອປົກປ້ອງຄົນທັງຫຼາຍບໍ່ໃຫ້ຖືກທຳຮ້າຍຍ້ອນຊ່ອງຫວ່າງດ້ານດີຈີຕອນໃຫ້ໄດ້ດີກວ່າເກົ່າ.


ກອງປະຊຸມຄັ້ງນີ້ໄດ້ເນັ້ນໜັກເຖິງການຊຸກຍູ້ການມອບສິດດ້ານເສດຖະກິດ ແລະການສ້າງທຸລະກິດເພື່ອຊຸກຍູ້ໃຫ້ຄົນພິການໄດ້ເຂົ້າຮ່ວມຕະຫຼາດແຮງງານຢ່າງສະເໝີພາບກັນ.ຕໍ່ກັບເລື່ອງນີ້,ທ່ານກູເຕີເຣັສກ່າວວ່າ,ການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ສ້າງຜົນກະທົບຮ້າຍແຮງທີ່ສຸດໃນດ້ານຕ່າງໆໃຫ້ແກ່ຄົນພິການ.ບວກກັບຄວາມບໍ່ສະເໝພາບກັນທີ່ສືບຕໍ່ມີຢູ່ໃນຂະບວນການຟື້ນຟູຫຼັງຈາກພະຍາດໂຄວິດ-19 ສິ້ນສຸດລົງ,ການເນັ້ນໜັກໃຫ້ຄົນພິການໄດ້ເຂົ້າຮ່ວມຕະຫຼາດແຮງງານຢ່າງສະເໝີພາບກັນໃນເວລານີ້ແມ່ນມີຄວາມສຳຄັນຫຼາຍກວ່າເວລາໃດໝົດ.