ຈີນຕາງໜ້າໃຫ້ 30 ກວ່າປະເທດຮຽກຮ້ອງຝ່າຍຕ່າງໆຊຸກຍູ້ລັດທິຫຼາຍຝ່າຍໃນຂົງເຂດສິດທິມະນຸດ

2022-06-15 14:48:58 cri


   ວັນທີ 14 ມິຖຸນານີ້,ທ່ານເສີນຊູ້ ຜູ້ຕາງໜ້າຖາວອນຂອງຈີນປະຈຳສຳນັກ ງານອົງການສະຫະປະຊາຊາດທີ່ນະຄອນເຊີແນວແລະອົງການຈັດຕັ້ງສາກົນອື່ນໆທີ່ປະເທດສະວິສໄດ້ຕາງໜ້າໃຫ້ 30 ກວ່າປະເທດປະກອບຄຳຄິດຄຳເຫັນຮ່ວມ ໃນກອງປະຊຸມຄັ້ງທີ 50 ຂອງສະພາສິນທິມະນຸດອົງການສະຫະປະຊາຊາດ ໂດຍທ່ານໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆຊຸກຍູ້ລັດທິຫຼາຍຝ່າຍໃນຂົງເຂດສິດທິມະນຸດ,ຮ່ວມກັນຊຸກຍູ້ວຽກງານສິດທິມະນຸດສາກົນໃຫ້ພັດທະນາໄປຢ່າງປອດໃສ. 


   ຄຳຄິດຄຳເຫັນຮ່ວມໄດ້ສະເໜີຈຸດຢືນ 4 ຂໍ້,ຄື:ໜຶ່ງ,ຍຶດໝັ້ນຄວາມຍຸຕິທຳ ແລະຄວາມເປັນທຳ.ກົນໄກສິດທິມະນຸດຫຼາຍຝ່າຍຄວນເຄົາລົບຈຸດປະສົງແລະຫຼັກການໃນກົດບັດສະຫະປະຊາຊາດ,ສົ່ງເສີມຄ່ານິຍົມຮ່ວມຂອງທົ່ວມວນມະນຸດ,ຄັດຄ້ານການຫັນບັນຫາສິດທິມະນຸດເປັນບັນຫາການເມືອງແລະເປັນເຄື່ອງມື,ຄັດຄ້ານ “ສອງມາດຕະຖານ”ແລະການນຳໃຊ້ສິດທິມະນຸດເປັນຂໍ້ອ້າງເພື່ອແຊກແຊງວຽກ ງານພາຍໃນຂອງປະເທດສະມາຊິກ.ສອງ,ຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະການມີສ່ວນຮ່ວມ.ຝ່າຍຕ່າງໆຄວນເພີ່ມທະວີຄວາມສາມັກຄີ,ດຳເນີນການ ສົນທະນາແລະການຮ່ວມມືທີ່ມີຄວາມສ້າງສັນບົນພື້ນຖານສະເໝີພາບແລະ ເຄົາລົບເຊິ່ງກັນແລະກັນເພື່ອເປີດກວ້າງຄວາມເຫັນທີ່ເປັນເອກະພາບກັນ,ຫຼຸດ ຜ່ອນຄວາມເຫັນທີ່ແຕກຕ່າງກັນ,ຖອດຖອນບົດຮຽນເຊິ່ງກັນແລະກັນ,ມີຄວາມ ກ້າວໜ້າຮ່ວມກັນ.ສາມ,ຍຶດໝັ້ນຄວາມມີພາວະວິໄສແລະຄວາມຍຸຕິທຳ.ກົນໄກ ສິດທິມະຸນດຫຼາຍຝ່າຍຄວນດຳເນີນວຽກງານໂດຍອີງຕາມຂໍ້ມູນຂ່າວສານທີ່ແທ້ຈິງແລະພາວະວິໄສ,ເຄົາລົບອະທິປະໄຕຂອງປະເທດຕ່າງໆ,ເຄົາລົບເສັ້ນທາງພັດທະນາສິດທິມະນຸດທີ່ປະເທດຕ່າງໆເລືອກເອົາໂດຍອີງຕາມສະພາບເງື່ອນໄຂຂອງປະເທດຕົນ,ໃຫ້ການຊ່ວຍເຫຼືອດ້ານເຕັກນິກບົນພື້ນຖານເຄົາລົບຄວາມປາຖະໜາ ຂອງປະເທດທີ່ກ່ຽວຂ້ອງ.ສີ່,ຍຶດໝັ້ນຄວາມຍຸຕິທຳດ້ານເຂດແຄວ້ນ.ອົງປະກອບ ດ້ານພະນັກງານຂອງກົນໄກສິດທິມະນຸດຫຼາຍຝ່າຍເຊັ່ນ:ຫ້ອງການເຈົ້າໜ້າທີ່ລະ ດັບສູງຂອງສະພາສິດທິມະນຸດແລະກົນໄກພິເສດເປັນຕົ້ນ,ຄວນສະແດງໃຫ້ເຫັນ ເຖິງຫຼັກການທີ່ແບ່ງປັນກັນຢ່າງຍຸຕິທຳລະຫວ່າງເຂດແຄວ້ນ,ຮັບເອົາຜູ້ມີຄວາມຮູ້ ຄວາມສາມາດຈາກປະເທດພວມພັດທະນາຢ່າງກວ້າງຂວາງ,ເພື່ອເຮັດໃຫ້ກົນໄກ ສິດທິມະນຸດຫຼາຍຝ່າຍມີລັກສະນະຕົວແທນທີ່ແທ້ຈິງ.