ທ່ານສີຈິ້ນຜິງສົນທະນາກັບທ່ານປູຕິນຜ່ານທາງໂທລະສັບ

2022-06-15 21:36:52 CRI


ຕອນບ່າຍວັນທີ 15 ມິຖຸນາ 2022 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຜ່ານທາງໂທລະສັບ.

 

ທ່ານສີຈິ້ນຜິງຊີ້ອອກວ່າ, ແຕ່ຕົ້ນປີນີ້ມາ, ເມື່ອປະເຊີນໜ້າກັບຄວາມປັ່ນປ່ວນ ແລະ ການປ່ຽນແປງຂອງໂລກ, ສາຍພົວພັນຈີນ-ຣັດເຊຍໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ດີ. ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດໄດ້ຂະຫຍາຍຕົວກ້າວໄປໜ້າຢ່າງໜັກແໜ້ນ, ຂົວທາງຫຼວງເຮີຍເຫີ - ບລາໂກເວເຊັນສຄ໌ ໄດ້ເປີດນຳໃຊ້, ເຊິ່ງໄດ້ເປີດເສັ້ນທາງສາຍໃໝ່ແຫ່ງການເຊື່ອມໂຍງເຊື່ອມຈອດກັນລະຫວ່າງສອງປະເທດ. ຈີນຍິນດີຮ່ວມກັບຣັດເຊຍຊຸກຍູ້ການຮ່ວມມືຕົວຈິງສອງຝ່າຍກ້າວໄປໄກຢ່າງໜັກແໜ້ນ. ຈີນຍິນດີຮ່ວມກັບຣັດເຊຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກນກາງ ແລະ ຄວາມເປັນຫ່ວງທີ່ສຳຄັນ ເຊັ່ນ: ອະທິປະໄຕ ຄວາມໝັ້ນຄົງ ແລະອື່ນໆ, ຮັດແໜ້ນການປະສານງານທາງຍຸດທະສາດລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນຄວາມເຫັນ ແລະ ການປະສານງານໃນອົງການຈັດຕັ້ງສາກົນ ແລະ ພາກພື້ນທີ່ສຳຄັນ, ເຊັ່ນ: ອົງການສະຫະປະຊາຊາດ, ກຸ່ມປະເທດບຣິກສ, ອົງການຮ່ວມມືຊຽງໄຮ ແລະອື່ນໆ, ຊຸກຍູ້ປະເທດທີ່ເປັນຕະຫຼາດຈະເລີນໃໝ່ ແລະ ປະເທດພວມພັດທະນາສາມັກຄີ ແລະຮ່ວມມືກັນ, ຊຸກຍູ້ລະບຽບສາກົນ ແລະ ການບໍລິຫານໂລກພັດທະນາໄປສູ່ທິດທາງທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.


ທ່ານປູຕິນກ່າວວ່າ, ພາຍໃຕ້ການນຳພາອັນເຂັ້ມແຂງຂອງທ່ານປະທານສີຈິ້ນຜິງ, ປະເທດຈີນໄດ້ຮັບຜົນສຳເລັດທີ່ພົ້ນເດັ່ນໃນການພັດທະນາ, ຣັດເຊຍຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ. ແຕ່ຕົ້ນປີນີ້ມາ, ການຮ່ວມມືຕົວຈິງລະຫວ່າງຣັດເຊຍ-ຈີນໄດ້ພັດທະນາຢ່າງໜັກແໜ້ນ. ຣັດເຊຍສະໜັບສະໜູນຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກທີ່ສະເໜີໂດຍຈີນ, ຄັດຄ້ານອິດທິກຳລັງໃດໆທີ່ແຊກແຊງວຽກງານພາຍໃນຂອງຈີນໂດຍຖືເອົາອັນທີ່ເອີ້ນວ່າ ບັນຫາຊິ່ນຈ່ຽງ ບັນຫາຮົງກົງ ບັນຫາໄຕ້ຫວັນ ແລະອື່ນໆເປັນຂໍ້ອ້າງ, ຍິນດີຮ່ວມກັບຈີນເພີ່ມທະວີການປະສານງານຫຼາຍຝ່າຍ, ທຳຄວາມພະຍາຍາມທີ່ມີລັກສະນະສ້າງສັນເພື່ອຊຸກຍູ້ໃຫ້ໂລກຫັນເປັນຫຼາຍຂົ້ວ ແລະສ້າງລະບຽບສາກົນທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.


ປະມຸກລັດສອງປະເທດຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາອູແກຼນ. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ຈີນໄດ້ເລີ່ມຈາກປະຫວັດຄວາມເປັນມາ ແລະ ຄວາມຜິດຖືກໃນບັນຫາອູແກຼນ, ທຳການວິນິດໄສຢ່າງເປັນເອກະລາດ ແລະ ເປັນເຈົ້າຕົນເອງ, ຕັ້ງໜ້າຊຸກຍູ້ສັນຕິພາບຂອງໂລກ, ຊຸກຍູ້ລະບຽບເສດຖະກິດສາກົນໃຫ້ມີຄວາມໝັ້ນຄົງ. ຝ່າຍຕ່າງໆຄວນໃຊ້ຮູບການທີ່ມີຄວາມຮັບຜິດຊອບເພື່ອຊຸກຍູ້ວິກິດການອູແກຼນໃຫ້ໄດ້ຮັບການແກ້ໄຂຢ່າງເໝາະສົມ. ຈີນຍິນດີສືບຕໍ່ເສີມຂະຫຍາຍບົດບາດຕາມທີ່ຄວນເພື່ອແກ້ໄຂບັນຫາດັ່ງກ່າວ.