ທ່ານໂຈ ໄບເດັນປະກາດແຜນການຊ່ວຍເຫຼືອທາງການທະຫານມູນຄ່າ 1 ຕື້ໂດລາໃຫ້ແກ່ອູແກຣນ

2022-06-16 12:54:10 CRI


 

    ວັນທີ 15 ມິຖຸນານີ້, ຂ່າວສານອູແກຣນ (Ukrinform) ລາຍງານຂ່າວວ່າ: ມື້ດຽວກັນ, ທ່ານໂຈໄບເດັນ ປະທານາທິບໍດີອາເມຣິກາໄດ້ສົນທະນາກັບທ່ານໂວໂລດີເມຍ ເຊເລັນສະກີ ປະທານາທິບໍດີອູແກຣນຜ່ານທາງໂທລະສັບ. ທ່ານໄບເດັນໄດ້ກ່າວຢ້ຳເຖິງການສະໜັບສະໜູນຕໍ່ອູແກຣນ, ນອກນີ້, ຍັງໄດ້ປະກາດແຜນການຊ່ວຍເຫຼືອທາງການທະຫານທີ່ມີມູນຄ່າ 1 ຕື້ໂດລາສະຫະລັດໃຫ້ກັບອູແກຣນ. ໃນນັ້ນລວມທັງອາວຸດປ້ອງກັນຝັ່ງທະເລ, ປືນໃຫຍ່ ແລະອື່ນໆ.