ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ອາເມຣິກາບໍ່ສົນໃຈແຕ່ປະການໃດຕໍ່ຄວາມເປັນຕາຍຂອງປະຊາຊົນປະເທດອື່ນ

2022-06-16 10:12:21 cri



ຫວ່າງມໍ່ໆນີ້, ອາເມຣິກາໄດ້ປະກາດຜົນການສຳຫຼວດຈຸບິນທະຫານ ອາເມຣິກາທີ່ເຮັດໃຫ້ຊາວອັຟການີສະຖານສອງຄົນຕົກຈາກຍົນເສຍຊີວິດໃນເວລາກອງທະຫານຖອນອອກຈາກອັຟການີສະຖານ, ໂດຍຢືນຢັນວ່າ ການປະຕິບັດງານຂອງເຂົາເຈົ້າແມ່ນໄດ້ປະຕິບັດຕາມຂໍ້ກົດນົດທີ່ກ່ຽວຂ້ອງ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນ ວັນທີ 15 ມິຖຸນານີ້ວ່າ: ຜູ້ກໍ່ເຫດຄືທະຫານອາເມຣິກາຖືກຍົກເວັ້ນການ ສືບທາວຫາຄວາມຮັບຜິດຊອບ, ນີ້ບໍ່ແມ່ນຂ່າວທີ່ເຫັນໃໝ່, ຊາວໂລກໄດ້ເຫັນມາຫຼາຍແລ້ວກ່ຽວກັບຄະດີທີ່ອາເມຣິກາປົກປ້ອງແລະແກ້ຕົວຕໍ່ໂທດກຳຂອງທະຫານອາເມຣິກາ.

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານວ່າງເວີນປິ່ນ ໄດ້ຍົກໃຫ້ເຫັນວ່າ: ວັນທີ 29 ສິງຫາປີ2021, ທະຫານອາເມຣິກາ ປະຈຳອັຟການີສະຖານໄດ້ຖືການຕ້ານການກໍ່ການຮ້າຍເປັນຂໍ້ອ້າງ, ໂຈມຕີເຮືອນປະຊາຊົນຢູ່ເຂດໜຶ່ງໃນນະຄອນຫຼວງກາບູນດ້ວຍເຮືອບິນບໍ່ມີຄົນຂັບ, ເຊິ່ງເຮັດໃຫ້ປະຊາຊົນສາມັນເສຍຊີວິດ 10 ຄົນ, ໃນນີ້ ຜູ້ອາຍຸນ້ອຍທີ່ສຸດມີພຽງ 2 ປີເທົ່ານັ້ນ. ແຕ່ວ່າ ອາເມຣິກາຊ້ຳພັດປະກາດວ່າ: ທະຫານ ທີ່ເຂົ້າຮ່ວມການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບນັ້ນຈະບໍ່ປະເຊີນກັບການຖືກລົງໂທດໃນຮູບການໃດໆຍ້ອນເຫດການນີ້. ເດືອນກັນຍາປີ2020, ເພື່ອແກ້ແຄນຕໍ່ສານອາຍາສາກົນທີ່ໄດ້ສືບສວນອາຊະຍາກຳສົງຄາມທທະຫານອາເມຣິກາກໍ່ຂຶ້ນຢູ່ອັຟການີສະຖານ, ອາເມຣິກາໄດ້ປະກາດໃຊ້ມາດຕະການລົງໂທດຕໍ່ເຈົ້າໜ້າທີ່ ລະດັບສູງຂອງສານອາຍາສາກົນ. ເດືອນພະຈິກປີ2019, ທະຫານອາເມຣິກາ 3 ຄົນທີ່ໄດ້ກໍ່ອາຍະຊາກຳສົງຄາມຢູ່ອັຟການີສະຖານ ແລະອີຣັກນັ້ນ ໄດ້ຮັບການນີລະໂທດ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຄະດີຕ່າງໆທີ່ໄຮ້ປານີໄດ້ບອກໃຫ້ຊາວໂລກ ຮູ້ວ່າ: ອາເມຣິກາບໍ່ສົນໃຈແຕ່ປະການໃດຕໍ່ຄວາມ ເປັນຕາຍຂອງປະຊາຊົນ ປະເທດອື່ນ, ພ້ອມທັງເສີຍເມີຍແລະບໍ່ເຫັນສິດທິມະນຸດຂອງປະຊາຊົນປະເທດອື່ນເລີຍ.