ຈີນເຕືອນໃຫ້ອາເມຣິກາຈົ່ງຍຸດຕິການກະທຳທາງອິນເຕີເນັດທີ່ມີເຈດຕະນາບໍ່ດີຕໍ່ໂລກ

2022-06-16 11:34:12 cri


ວັນທີ 15 ມິຖຸນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໜັກໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 15 ມິຖຸນານີ້ວ່າ: ຈີນເຕືອນໃຫ້ອາເມຣິກາຈົ່ງຍຸດຕິການກະທຳທາງອິນເຕີເນັດທີ່ມີເຈດຕະນາບໍ່ດີຕໍ່ໂລກ ແລະ ມີທ່າທີຮັບຜິດຊອບຕໍ່ຊ່ອງທາງອິນເຕີເນັດ.

ຕາມຂ່າວແຈ້ງວ່າ: ສື່ໃໝ່ກ່ຽວກັບຄວາມປອດໄພຂອງຂໍ້ມູນຂ່າວສານໄດ້ເຜີຍແຜ່ບົດລາຍງານໃນເມື່ອມໍ່ໆນີ້ ໂດຍຊີ້ອອກວ່າ: ອົງການທີ່ສັງກັດຢູ່ໃນອົງການຮັກສາຄວາມໝັ້ນຄົງແຫ່ງຊາດອາເມຣິກາໄດ້ໂຈລະກຳຄວາມລັບໂດຍບໍ່ມີການຈຳແນກຕໍ່ຜູ້ໃຊ້ອິນເຕີເນັດໃນທົ່ວໂລກຢ່າງຕໍ່ເນື່ອງ. ນອກນີ້, ລັດຖະບານອາເມຣິກາຍັງຮຽກຮ້ອງໃຫ້ບໍລິສັດອິນເຕີເນັດອາເມຣິກາຄົ້ນຄວ້າຜະລິດອາວຸດໂຈມຕີທີ່ແນໃສ່ອຸປະກອນໂທລະຄົມຂອງຈີນ.

ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ: ຈີນໄດ້ໃຫ້ຄວາມສົນໃຈຕໍ່ບົດລາຍງານທີ່ກ່ຽວຂ້ອງແລ້ວ. ບົດລາຍງານສະບັບນີ້ໄດ້ສະແດງໃຫ້ເຫັນອີກຄັ້ງໜຶ່ງວ່າ: ບໍ່ພຽງແຕ່ປະເທດຈີນເທົ່ານັ້ນ, ເວົ້າສຳລັບທົ່ວໂລກແລ້ວ, ອາເມຣິກາໄດ້ເປັນໄພຂົ່ມຂູ່ໃຫຍ່ທີ່ສຸດໃນຂົງເຂດຄວາມປອດໄພຂອງອິນເຕີເນັດ. ບົດລາຍງານດັ່ງກ່າວຍັງໃຫ້ຮູ້ວ່າ: ອົງການອິນເຕີເນັດຂອງປະເທດພັນທະມິດ 5 ຕາ ເຊັ່ນອັງກິດເປັນຕົ້ນ ແລະປະເທດເອີຣົບຈຳນວນໜຶ່ງ ໄດ້ຊ່ວຍປະສານງານແລະເຂົ້າຮ່ວມການເຄື່ອນໄຫວໂຈລະກຳຄວາມລັບທາງອິນເຕີເນັດໃນຂອບເຂດທົ່ວໂລກ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ອາເມຣິກາພວມສ້າງກຸ່ມພັນທະມິດໂຈລະກຳຄວາມລັບທາງອິນເຕີເນັດທີ່ຖືອາເມຣິກາເປັນແກນກາງ.