ການປັບປຸງຄຸນນະພາບອາກາດຂອງຈີນໄດ້ຮັບປະສິດທິຜົນຕົວຈິງທີ່ເຫັນໄດ້ຢ່າງຈະແຈ້ງ

2022-06-16 11:21:13 cri


   ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 15 ມິຖຸນານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ອອກວ່າ,ການປັບປຸງຄຸນນະພາບອາ ກາດຂອງຈີນໄດ້ຮັບປະສິດທິຜົນຕົວຈິງທີ່ເຫັນໄດ້ຢ່າງຈະແຈ້ງ,ໝອກຄວັນພິດນັບມື້ນັບໜ້ອຍລົງ,ເມກສີຂາວ ທ້ອງຟ້າສີຄາມແລະພູຂຽວນ້ຳໃສນັບມື້ນັບຫຼາຍຂຶ້ນ, ປະຊາຊົນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດຈາກດ້ານສິ່ງແວດລ້ອມນິເວດໄດ້ສືບຕໍ່ເພີ່ມຂຶ້ນ.


   ອີງຕາມຜົນການຄົ້ນຄວ້າຂອງມະຫາວິທະຍາໄລຊິຄາໂກຂອງອາເມຣິກາສະ ແດງໃຫ້ເຫັນວ່າ,ມົນລະພິດທາງອາກາດຢູ່ຈີນທີ່ຫຼຸດລົງໃນ 7 ປີຜ່ານມານີ້ ທໍ່ກັບ ມົນລະພິດທາງອາກາດຢູ່ອາເມຣິກາທີ່ຫຼຸດລົງໃນ 30 ປີຜ່ານມາເຊິ່ງມີຜົນດີ ຕໍ່ການຫຼຸດລະດັບໝອກຄວັນພິດຢູ່ໃນໂລກໃຫ້ໜ້ອຍລົງ.ຖ້າທ່ວງທ່າດ່ັງກ່າວເປັນ ແນວນີ້ຕໍ່ໄປ,ອາຍຸຍືນສະເລ່ຍຂອງປະຊາກອນຈີນຈະເພີ່ມຂຶ້ນ 2 ປີ.


   ທ່ານວ່າງເວີນປິ່ນກ່າວຕື່ມວ່າ:ທັງນີ້ໄດ້ຢັ້ງຢືນຈາກດ້ານໜຶ່ງໃຫ້ເຫັນເຖິງ ປະສິດທິຜົນອັນພົ້ນເດັ່ນທີ່ປະເທດຈີນໄດ້ຮັບໃນດ້ານການແກ້ໄຂບັນຫາມົນລະພິດທາງອາກາດພ້ອມທັງການປະກອບສ່ວນອັນພົ້ນເດັ່ນເຂົ້າໃນການປັບປຸງສະພາບ ແວດລ້ອມຂອງໂລກ.


   ທ່ານວ່າງເວີນປິ່ນກ່າວຕື່ມອີກວ່າ:ຈີນຍິນດີຮ່ວມກັບປະເທດຕ່າງໆ,ເຜີຍແຜ່ ສະຕິປະຢັດພະລັງງານແລະຫຼຸດຜ່ອນການລະບາຍກາກບອນ,ປະຕິບັດຕາມວິຖີ ການດຳລົງຊີວິດຕາມທິດສີຂຽວແລະກາກບອນຕ່ຳ,ປະກອບສ່ວນເຂົ້າໃນການປົກປ້ອງໜ່ວຍໂລກທີ່ເປັນບ້ານເມືອງຮ່ວມຂອງມວນມະນຸດແລະການພັດທະນາແບບບຍືນຍົງຂອງໂລກ.