ລັດຖະບານຈີນຕົກລົງຫຼຸດການເກັບພາສີນຳການຊື້ລົດໂດຍສານຈຳນວນໜຶ່ງທີ່ມີ ລັກສະນະຊົ່ວຄາວ 60 ຕື້ຢວນໃນທົ່ວປະເທດ

2022-06-16 16:15:24 cri



ຫວ່າງມໍ່ໆມານີ້,ລັດຖະບານຈີນຕົກລົງຫຼຸດການເກັບພາສີນຳການຊື້ລົດໂດຍສານ ຈຳນວນໜຶ່ງທີ່ມີລັກສະນະຊົ່ວຄາວ 60 ຕື້ຢວນໃນທົ່ວປະເທດ,ເພື່ອຊຸກຍູ້ການ ບໍລິໂພກລົດຍົນຂອງພົນລະເມືອງ,ຊ່ວຍຊຸກຍູ້ເສດຖະກິດທີ່ຖືກຜົນກະທົບຈາກ ການລະບາດຂອງພະຍາໂຄວິດ-19 ນັ້ນໃຫ້ກັບຄືນສູ່ສະພາບປົກກະຕິ.ຕະຫຼາດ ລົດຍົນຈີນໄດ້ຮັບຂ່າວດທີ່ີສຳຄັນ.



ຈີນບໍ່ພຽງແຕ່ແມ່ນປະເທດຜະລິດລົດຍົນທີ່ໃຫຍ່ກວ່າໝູ່ຢູ່ໃນໂລກເທົ່ານັ້ນ,ຍັງແມ່ນປະເທດທີ່ບໍລິໂພກລົດຍົນໃຫຍ່ກວ່າໝູ່ຕື່ມອີກ.ການວາງນະໂຍບາຍກ່ຽວກັບ ການຫຼຸດການເກັບພາສີນຳການຊື້ລົດຍົນບໍ່ພຽງແຕ່ໄດ້ກະຕຸ້ນການບໍລິໂພກລົດຍົນ ເທົ່ານັ້ນ,ຍັງຈະພາໃຫ້ຕ່ອງໂສ້ການສະໜອງຟື້ນຟູຄືນໃໝ່ເຊິ່ງຈະຊ່ວຍໃຫ້ ອຸດສາຫະກຳລົດຍົນຈີນກ້າວອອກຈາກສະພາບຫຍຸ້ງຍາກ,ຈະເປັນການຊ່ວຍຟື້ນຟູເສດຖະກິດຂອງຈີນພ້ອມກັບເປັນການກະຕຸ້ນຄວາມໝັ້ນໃຈຕໍ່ເສດຖະກິດຢ່າງ ຫຼວງຫຼາຍພາຍໃນເວລາສັ້ນ .