ຈີນກ່າວວ່າ: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຄວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ຂະຫຍາຍຜົນປະໂຫຍດຮ່ວມກັນ

2022-06-16 11:02:27 cri


ວັນທີ 14 ມິຖຸນານີ້, ກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນລະຫວ່າງຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ປີ2022 ໄດ້ຈັດຂຶ້ນຢູ່ ສ.ເກົາຫຼີ. ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 15 ມິຖຸນານີ້ວ່າ: ຈີນຍິນດີຍຶດໝັ້ນຈິດໃຈທີ່ເປັນຄູ່ຮ່ວມມື, ຊຸກຍູ້ໃຫ້ການຮ່ວມມືລະຫວ່າງ 3 ປະເທດພັດທະນາກ້າວໄປຂ້າງໜ້າ, ຊຸກຍູ້ການສ້າງອາຊີຕາເວັນອອກສຽງເໜືອທີ່ມີຄວາມໝັ້ນຄົງ, ມີສະຖຽນລະພາບ, ເປີດກວ້າງແລະມີຄວາມຈະເລີນຮຸ່ງເຮືອງຫຼາຍກວ່າເກົ່າ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ວັນທີ 14 ມິຖຸນານີ້, ກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນລະຫວ່າງຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ຈັດຂຶ້ນທາງອອນລາຍແລະອອຟລາຍ, ລັດຖະມົນຕີກະຊວງການຕ່າງປະເທດຂອງ 3 ປະເທດໄດ້ສົ່ງສານຊົມເຊີຍ ໂດຍມີຄວາມເຫັນທີ່ເປັນເອກະພາບກັນວ່າ: 3 ປະເທດທີ່ເປັນປະເທດບ້ານໃກ້ເຮືອນຄຽງຖາວອນແລະຄູ່ຮ່ວມມືສຳຄັນ ຄວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ສາມັກຄີແລະປະສານງານກັນ, ຮ່ວມກັນເພີ່ມພະລັງທາງບວກຫຼາຍກວ່າເກົ່າເຂົ້າໃນການສ້າງຄວາມສະຫງົບສຸກໃຫ້ກັບພາກພື້ນ, ການຟື້ນຟູເສດຖະກິດ ແລະມິດຕະພາບລະຫວ່າງປະຊາຊົນ, ຊຸກຍູ້ໃຫ້ການຮ່ວມມືລະຫວ່າງ 3 ປະເທດພັດທະນາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

ທ່ານວ່າງເວີນປິ່ນກ່າວຕື່ມອີກວ່າ: ການຮ່ວມມືລະຫວ່າງ 3 ປະເທດໃນ 20 ກວ່າປີຜ່ານມານີ້ ໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງອາຊີຕາເວັນອອກ, ນຳໜ້າການຮ່ວມມືດ້ານເສດຖະກິດຢູ່ພາກພື້ນແລະຊຸກຍູ້ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.